ຫວຽດນາມ ໄດ້ຮັບການຕີລາຄາແມ່ນ “ດວງດາວພວມພົ້ນເດັ່ນ” ເພື່ອກາຍເປັນຕະຫຼາດຫາກໍ່ພົ້ນເດັ່ນ

(VOVWORLD) - ຫວຽດນາມ ຮັບຮູ້ການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ສູງໃນຫຼາຍປີ
ຫວຽດນາມ ໄດ້ຮັບການຕີລາຄາແມ່ນ “ດວງດາວພວມພົ້ນເດັ່ນ” ເພື່ອກາຍເປັນຕະຫຼາດຫາກໍ່ພົ້ນເດັ່ນ - ảnh 1(ພາບປະກອບ: vnanet.vn)

        ວັນທີ 21 ມິຖຸນາ, ເວັບໄຊ portfolio-adviser.com (ອັງກິດ) ໄດ້ເອົາລົງບົດຂຽນໂດຍໃຫ້ຂໍ້ສັງເກດວ່າ ຫວຽດນາມ, ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດຢູ່ ອາຊີ, ອາດເພີ່ມລະດັບຈາກຕະຫຼາດໃກ້ຈະພົ້ນເດັ່ນຂຶ້ນເປັນຕະຫຼາດພົ້ນເດັ່ນ.

        ຕາມບົດຂຽນແລ້ວ, ຫວຽດນາມ ຮັບຮູ້ການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ສູງໃນຫຼາຍປີ, ຍ້ອນຄວາມສະຖຽນລະພາບດ້ານການເມືອງ ແລະ ການກຳນົດທິດພັດທະນາຕະຫຼາດຢ່າງປອດໃສຂອງລັດຖະບານ. ຫວຽດນາມ ໄດ້ບັນລຸຜົນສຳເລັດໃນເລື່ອງ ຫຼຸດຜ່ອນອັດຕາທຸກຍາກຈາກ 17% ລົງລະດັບຕ່ຳກວ່າ 5% ໃນທົດສະວັດຜ່ານມາ. ກຳລັງໜູນຂອງການເຕີບໂຕພົ້ນເດັ່ນທີ່ສຸດສຳລັບ ຫວຽດນາມ ໄດ້ຮັບຖືວ່າ ແມ່ນລະດັບການລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ເພີ່ມຂຶ້ນຢ່າງແຮງ. ຫວຽດນາມ ສືບຕໍ່ລົງນາມໃນເອກະສານດ້ານການຄ້າສຳຄັນໃນໄລຍະປິດປະຕູຍ້ອນໂລກລະບາດໂຄວິດ - 19 ກວ່າ 10 ສະບັບ. ບັນດາການພົວພັນຄູ່ຮ່ວມມືດັ່ງກ່າວໄດ້ຊ່ວຍໃຫ້ບັນດາບໍລິສັດຢູ່ ຫວຽດນາມ ດຳເນີນທຸລະກິດເປັນງ່າຍດາຍກວ່າ, ຜ່ານນັ້ນກໍ່ກຳນົດທີ່ຕັ້ງເປັນສູນຜະລິດ, ສຳຜັດກັບບັນດາຕະຫຼາດສາກົນໄດ້ງ່າຍດາຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ