ຫວຽດນາມ ໄດ້ຮັບການເຊີດຊູໃນພິທີມອບລາງວັນສິ່ງແວດລ້ອມໂລກ Goldman

(VOVWORLD) - ພ້ອມກັບຜູ້ຕາງໜ້າບັນດາປະເທດ ໂກໂລມບີ, ຝລັ່ງ, ຟີລິບປິນ, ອາບຟຣີກາໃຕ້ ແລະ ອາເມລິກາ, ຜູ້ຕາງໜ້າ ຂອງ ຫວຽດນາມ ແມ່ນທ່ານນາງ ງຸ້ຍທິແຄງ, ກາຍເປັນໜຶ່ງໃນວິລະຊົນສິ່ງແວດລ້ອມ 7 ຄົນໄດ້ຮັບການເຊີດຊູໃນປີນີ້.

ວັນທີ 23 ເມສາ, ຢູ່ San  Francisco, ປະເທດ ອາເມລິກາ, ກອງທຶນສິ່ງແວດລ້ອມ Goldman ໄດ້ປະກາດລາຍຊື່ 7 ຄົນໄດ້ຮັບລາງວັນສິ່ງແວດລ້ອມ Goldman ປີ 2018, ເຊິ່ງແມ່ນລາງວັນໃຫຍ່ທີ່ສຸດໃນໂລກທີ່ສະຫງວນໃຫ້ບັນດານັກເຄື່ອນໄຫວໃນຂົງເຂດສິ່ງແວດລ້ອມຂັ້ນຮາກຖານ. ພ້ອມກັບຜູ້ຕາງໜ້າບັນດາປະເທດ ໂກໂລມບີ, ຝລັ່ງ, ຟີລິບປິນ, ອາບຟຣີກາໃຕ້ ແລະ ອາເມລິກາ, ຜູ້ຕາງໜ້າ ຂອງ ຫວຽດນາມ ແມ່ນທ່ານນາງ ງຸ້ຍທິແຄງ, ກາຍເປັນໜຶ່ງໃນວິລະຊົນສິ່ງແວດລ້ອມ 7 ຄົນໄດ້ຮັບການເຊີດຊູໃນປີນີ້.

        ທ່ານນາງ ງຸ່ຍທິແຄງ, ຜູ້ອຳນວຍການສູນພັດທະນາປະດິດຄິດສ້າງຂຽວ (GreenID) ໄດ້ນຳໃຊ້ບັນດາການຄົ້ນຄ້ວາວິທະຍາສາດ ແລະ ຊຸກຍູ້ບັນດາອົງການແຫ່ງລັດຂອງ ຫວຽດນາມ ເຂົ້າຮ່ວມການຂົນຂວາຍໃຫ້ບັນດາໂຄງການພະລັງງານໄລຍະຍາວແບບຍືນຍົງ ແລະ ຫລຸດຜ່ອນການອີງໃສ່ແຫຼ່ງຖ່ານຫີນຢູ່ ຫວຽດນາມ. ບັນດາຄວາມມານພະຍາຍາມຂອງທ່ານນາງໄດ້ຊ່ວຍລົບລ້າງອາຍພິດ Carbon dioxide 115 ລ້ານໂຕນຢູ່ ຫວຽດນາມ ໃນແຕ່ລະປີ.

ຕອບກັບ

ຂ່າວ/ບົດ​ອື່ນ