ຫວຽດ​ນາມ ໄດ້​ຮັບ​ການ​ເຊື້ອ​ເຊີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G7 ເປີດກວ້າງ

(VOVWORLD) -ທ່ານນາງ ຟ້າມທູຮັ່ງ ຢັ້ງຢືນວ່າ ຫວຽດນາມ ຕີລາຄາສູງບັນດາຄວາມຄືບໜ້າຢ່າງແຮງ ແລະ ແທດຈິງໃນການພົວພັນລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ເປົ້າໝາຍລວມ ແມ່ນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ວັດທະນາຖາວອນ. 
ຫວຽດ​ນາມ ໄດ້​ຮັບ​ການ​ເຊື້ອ​ເຊີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G7 ເປີດກວ້າງ - ảnh 1ທ່ານຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມນາງຟ້າມທູຮັ່ງ (ພາບ: TTXVN)

ໃນການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດທີ່ໄດ້ດຳເນີນໃນຕອນບ່າຍວັນທີ 23 ມີນາ, ທ່ານຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມນາງຟ້າມທູຮັ່ງ ໃຫ້ຮູ້ວ່າ ລັດຖະບານ ຍີ່ປຸ່ນໄດ້ປະກາດເລື່ອງເຊື້ອເຊີນການນຳ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ G7 ເປີດກວ້າງ ຢູ່ Hiroshima, ຄາດວ່າຈະດຳເນີນແຕ່ວັນທີ 20 – 21 ພຶດສະພາ. ຕໍ່ໜ້າຂໍ້ມູນຖືວ່າ ເລື່ອງ ຍີ່ປຸ່ນຢາກເຊື້ອເຊີນ ຫວຽດນາມ ແລະ ອິນໂດເນເຊຍ ເຂົ້າຮ່ວມ G7 ສະແດງໃຫ້ເຫັນວ່າ ຍີ່ປຸ່ນຖືເປັນສຳຄັນການພົວພັນກັບ ອາຊຽນ ແລະ ຢາກຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ, ທ່ານນາງ ຟ້າມທູຮັ່ງ ຢັ້ງຢືນວ່າ ຫວຽດນາມ ຕີລາຄາສູງບັນດາຄວາມຄືບໜ້າຢ່າງແຮງ ແລະ ແທດຈິງໃນການພົວພັນລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ເປົ້າໝາຍລວມ ແມ່ນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ວັດທະນາຖາວອນ. ຫວຽດນາມ ສະແດງຄວາມຊົມເຊີຍ ແລະ ຈະພ້ອມກັບບັນດາປະເທດ ອາຊຽນ ແລະ ຍີ່ປຸ່ນຊຸກຍູ້ການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນໃນປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ