ຫວຽດ​ນາມ ໄດ້​ຮັບ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຕື່ມ​ອີກກວ່າ 250.000 ໂດ​ສ

(VOVWORLD) -ກະຊວງສາທາລະນະສຸກ ຫວຽດນາມ ໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານ ສາທາລະນະລັດ ເຊັກໂກ ລວມມີວັກຊິນກັນພະຍາດໂຄວິດ - 19 AstraZeneca 210.000 ໂດສ ແລະ ວັກຊິນ Moderna 40.800 ໂດສ ເຊິ່ງລວມມູນຄ່າເກືອບ 1,3 ລ້ານ USD. 
ຫວຽດ​ນາມ ໄດ້​ຮັບ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຕື່ມ​ອີກກວ່າ 250.000 ໂດ​ສ - ảnh 1ພິທີມອບ - ຮັບ (ພາບ: VOV)

  ຕອນເຊົ້າວັນທີ 30 ສິງຫາ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານ ສາທາລະນະລັດ ເຊັກໂກ ລວມມີວັກຊິນກັນພະຍາດໂຄວິດ - 19 AstraZeneca 210.000 ໂດສ ແລະ ວັກຊິນ Moderna 40.800 ໂດສ ເຊິ່ງລວມມູນຄ່າເກືອບ 1,3 ລ້ານ USD (ເທົ່າກັບປະມານ 30 ຕື້ດົ່ງ).

        ວັກຊິນງວດດັ່ງກ່າວ ໂດຍກຸ່ມບໍລິສັດ UPS ອາເມລິກາ ຊ່ວຍເຫຼືອລ້າ ດ້ວຍການບໍລິການຂົນສົ່ງຈາກສາທາລະນະລັດ ເຊັກໂກ ມາຮອດສະໜາມບິນສາກົນ ໂນ້ຍບາຍ (ຮ່າໂນ້ຍ) ໃນວັນທີ 27 ສິງຫາ. ອີງຕາມສະພາບການຕົວຈິງ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ຈັດແບ່ງຈຳນວນວັກຊິນດັ່ງກ່າວໃຫ້ແກ່ບັນດາຫົວໜ່ວຍ, ທ້ອງຖິ່ນ ເພື່ອຕອບສະໜອງຕາມຄວາມຕ້ອງການຢ່າງຮີບດ່ວນໃນການຕ້ານໂລກລະບາດ, ຮັບປະກັນລັກສະນະເໝາະສົມ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ