ຫວຽດນາມກະກຽມຮອບດ້ານແລະຄົບຖ້ວນໃຫ້ແກ່ປີAPEC2017


ຫວຽດນາມກະກຽມຮອບດ້ານແລະຄົບຖ້ວນໃຫ້ແກ່ປີAPEC2017 - ảnh 1
ທ່ານ​ບູ່ຍ​ແທງ​ເຊີນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສົນ​ທະ​ນາ
ພາບ:TTXVN

 (vovworld)- ​ ​ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ບູ່ຍ​ແທງ​ເຊີນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ທີ່​ການ​ພົບ​ປະ​ສົນ​ທະ​ນາ “ພ້ອມ​ກັນ​ເພີ່ມ​ທະ​ວີ​ການ​ເຄື່ອ​ນ​ໄຫວ​ເພື່ອ​ວິ​ໄສ​ທັດ​ຮ່ວມ APEC” ຊື່ງ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 16/12 ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ໄຂ​ການ​ພົບ​ປະ​ສົນ​ທະ​ນາ, ທ່ານ ບູ່ຍ​ແທງ​ເຊີນ ໃຫ້​ຮູ້​ວ່າ: ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ ປາ​ຊີ​ຟີກ (APEC) ແມ່ນ​ເນື້ອ​ໃນ​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ຮອດ​ປີ 2020. ພ້ອມ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ ອາ​ຊຽນ, ສ​ປ​ຊ ແລະ ອົງ​ການ​ການ​ຄ້າ​ໂລກ (WTO), APEC 2017 ຈະ​ແມ່ນເຫດ​ການ​ສະ​ແດງ​ໃຫ້​ເຫັນ​ວິ​ວັດ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຫລາຍ​ຝ່າຍ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ຮອບ​ດ້ານ​ຂອງ​ຫວຽດ​ນາມ. ທີ່​ການ​ພົບ​ປະ​ສົນ​ທະ​ນາ, ບັນ​ດາ​ຜູ້​ແທນ ໄດ້​ສຸມ​ໃສ່​ແລກ​ປ່ຽນ​ບັນ​ດາ​ຫົວ​ເລື່ອງ​ຄື: ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ APEC, ມຸ່ງ​ໄປ​ສູ່​ປີ 2025; ຍູ້​ແຮງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ, ກະ​ກຽມ​ໃຫ້​ປີ APEC ຫວຽດ​ນາມ 2017.

ຂ່າວ/ບົດ​ອື່ນ