ຫວຽດນາມກາຍເປັນແບບຢ່າງດີເດັ່ນກ່ຽວກັບການພັດທະນາຢູ່ພາກພື້ນ

ຫວຽດນາມກາຍເປັນແບບຢ່າງດີເດັ່ນກ່ຽວກັບການພັດທະນາຢູ່ພາກພື້ນ - ảnh 1

(vovworld)- ​​​​​ຫນັງ​ສື​ພິ​ມລາຍ​ວັນ Resumen Latinoamericano ຂອງ ອັກ​ຊັງ​ຕີນ ສະ​ບັບ​ອອກວັນ​ທີ 1/2 ໄດ້​ລົງ​ພິມ​ບົດ​ຂຽນ​ຕີ​ລາ​ຄາ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ພາຍ​ໃຕ້​ຫົວ​ຂໍ້ ວ່າ: “ສາ​ມັກ​ຄີ, ເປັນ​ລະ​ບຽບ​ ແລະ ປ່ຽນ​ແປງ​ໃຫມ່, ສາມ​ປະ​ຖົມ​ປັດ​ໄຈ​ພື້ນ​ຖານ​ຂອງ​ບັນ​ດາ​ນັກ​ກອມ​ມູ​ນິດ​ຫວຽດ​ນາມ”, ບົດ​ຂຽນ​ຂອງ​ນັກ​ຂ່າວ Carlos Aznarez, ບັນ​ນາ​ທິ​ການ​ໃຫຍ່​ຫນັງ​ສື​ພິມ​ດັ່ງ​ກ່າວ ໄດ​້​ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ໄດ້​ກາຍ​ເປັນ​ແບບ​ຢ່າງ​ດີ​ເດັ່ນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ບໍ່​ມີ​ສິ່ງ​ໃດ​ສາ​ມາດ​ປ່ຽນ​ແປງ​ຄວາມ​ຈິງ​ກ່ຽ​ວ​ກັບ​ບັນ​ດາ​ຜົນ​ງານ​ແຫ່ງ​ການ​ພັດ​ທະ​ນາ​ຢູ່​ຫວຽດ​ນາມ​ໃນ​ຫລາຍ​ທົດ​ສະ​ວັດ​ມໍ​່ໆ​ມານີ້ ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ອັນ​ສະ​ຫລາດ​ສ່ອງ​ໃສ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ລຸ້ນ​ຫນຸ່ມ​ຫວຽດ​ນາມ ປະ​ຈຸ​ບັນ ຍັງ​ມີ​ນ້ຳ​ໃຈ​ຮັກ​ຊາດ ແລະ ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ດ້ວຍ​ຈິດ​ໃຈ​ສ້າງ​ສັນ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ບົດ​ຫນັງ​ສື​ພິມ​ ໃຫ້​ຂໍ້​ສັງ​ເກດ​ວ່າ: ຜູ້​ແທນ​ແຕ່​ລະ​ຄົນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ ລ້ວນ​ແຕ່​ມີ​ສະ​ຕິ​ໄດ້​ວ່າແມ່ນ​ຕົວ​ແທນ​ໃຫ້​ປະ​ຊາ​ຊົນ​ນັບ​ພັນໆ​ຄົນ​ເພື່ອ​​ປະ​ກອບ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ ແລະ ນ້ຳ​ໃຈ​ຮັກ​ຊາດ​ຂອງ​ເຂົາ​ເຈົ້າ​ຈະ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ແບບ​ຢ່າງ​ຂອງ​ປະ​ທານ​ໂຮ່​ຈິ​ມີນ ເຍືອງ​ທາງ​ໃຫ້​ອະ​ນາ​ຄົດ​ຂອງ​ຊາດ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ