ຫວຽດນາມກ່າວປະນາມທຸກການກະທຳໄຮ້ມະນຸດສະທຳ, ນຳໃຊ້ກຳລັງອາວຸດສຳລັບຊາວປະມົງ

ຫວຽດນາມກ່າວປະນາມທຸກການກະທຳໄຮ້ມະນຸດສະທຳ, ນຳໃຊ້ກຳລັງອາວຸດສຳລັບຊາວປະມົງ - ảnh 1
ຫວຽດນາມກ່າວປະນາມທຸກການກະທຳໄຮ້ມະນຸດສະທຳ
ນຳໃຊ້ກຳລັງອາວຸດສຳລັບຊາວປະມົງ
(ພາບ: HongLong)

(vovworld) - ວັນ​ທີ 1/12/2015, ​ເມື່ອ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ເຖິງ​ເຫດ​ການກຳ່​ປັ່ນ​ຫາ​ປາ ກວາງ​ງ້າ​ຍ QNg 95861 TS, ຖືກ​ບຸກ​ໂຈມ​ຕີ​ຢູ່​ເຂດ​ໝູ່​ເກາະ​ເຈື່ອງ​ຊາ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ ​ໃຫ້​ຮູ້​ວ່າ: ພາຍຫຼັງ​ໄດ້​ຮັບ​ຂ່າວກຳ່​ປັ່ນ​ຫາ​ປາ QNg 95861 TS ຂອງ​ແຂວງ ກວາງ​ງ້າ​ຍ ຖືກ​ບຸກ​ໂຈມ​ຕີ​ຢູ່​ເຂດ​ໝູ່​ເກາະ ​ເຈື່ອງ​ຊາ ​ເຮັດ​ໃຫ້​ກາ​ລາສີ 1 ຄົນ​ເສຍ​ຊີວິດ​ນັ້ນ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ອົງການ​ກ່ຽວຂ້ອງ​ຂອງຫວຽດນາມ, ທັງ​ຊີ້​ນຳ​ບັນດາ​ອົງການ​ຕາງໜ້າ​ ຫວຽດນາມ​ຢູ່​ບັນດາ​ປະ​ເທດ​ແຄມ​ທະ​ເລ​ຕາ​ເວັນ​ອອກ​ຮີບ​ເຮັ່ງ​ເຮັດ​ແຈ້ງ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ເຫດການ​ທີ່​ຮ້າຍ​ແຮງ​ນີ້.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຢືນຢັນ​ວ່າ: ຫວຽດນາມ​ກ່າວ​ປະນາມ​ ​ແລະ ຄັດຄ້ານ​ຢ່າງ​ແຮງ​ຕໍ່ທຸກ​ການ​ກະທຳ​ໄຮ້​ມະນຸດສະທຳ, ນຳ​ໃຊ້​ ຫຼື​ນາບ​ຂູ່​ນຳ​ໃຊ້ກຳລັງ​ອາວຸດ​ສຳລັບ​ຊາວ​ປະມົງຫວຽດນາມ.

ຂ່າວ/ບົດ​ອື່ນ