ຫວຽດນາມກຽມພ້ອມຮ່ວມມືເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດແລະການພັດທະນາແບບຍືນຍົງ

ຫວຽດນາມກຽມພ້ອມຮ່ວມມືເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດແລະການພັດທະນາແບບຍືນຍົງ - ảnh 1
ເວ​ທີ​ປາ​ໄສ​ໂອ້​ລົມ​ສົນ​ທະ​ນາ​ຂັ້ນ​ສູງ​ລະ​ຫວ່າງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ

(vovworld) – ວັນ​ທີ 25/10, ຢູ່​ຮ່າ​ໂນ້ຍ, ທ່ານ ຈິ້ງ​ດິ່ງ​ຢູ້ງ, ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ ດິນ​ຟ້າ​ອາ​ກາດ ແລະ ທ່ານ​ນາງ Pratibha Mehta, ຜູ້​ປະ​ສານ​ງານ​ສະ​ຫະ​ປະ​ຊາ​ຊາດ ປະ​ຈຳຫວຽດ​ນາມ ເປັນ​ປະ​ທານ “ເວ​ທີ​ປາ​ໄສ​ໂອ້​ລົມ​ສົນ​ທະ​ນາ​ຂັ້ນ​ສູງ​ລະ​ຫວ່າງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ”. ກ່າວ​ຄຳ​ເຫັນ​ນະ​ທີນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢູ້ງ ໃຫ້​ຮູ້​ວ່າ: ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນາ​ປະ​ເທດ​ຖືກ​ຜົນ​ສະ​ທ້ອນຫຼາຍ​ທີ່​ສຸດ​​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ກາດ. ຍ້ອນ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ກາດ, ໃນ​ຊຸມ​ປີມໍ່ໆ​ມານີ້ໄດ້​ເກີດ​ໄພ​ພິ​ບັດ​ທຳ​ມະ​ຊາດ, ພິ​ເສດ​ແມ່ນ ພະ​ຍຸ ນ້ຳ​ຖ້ວມ ແລະ ໄພ​ແຫ້ງ​ແລ້ງ ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ກ່ຽວ​ກັບ​ລະ​ດັບ, ຄັ້ງ​ເກີດ​ຂຶ້ນ​ໄດ້​ກໍ່​ໃຫ້​ເກີດ​ບັນ​ດາ​ຜົນ​ເສຍ​ຫາຍ​ໃຫຍ່ຫຼວງ​ກ່ຽວ​ກັບ​ຊີ​ວິ​ດ​ອິນ​ຊີ ແລະ ຄ​ວາມ​ເສຍ​ຫາຍ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ.  ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ: ຫວຽດ​ນາມ ໄດ້ ແລະ ພວມ​ເປັ​ນ​ເຈົ້າ​ການ, ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ກາດ ແລະ ບັນ​ດາ​ຍຸດ​ທະ​ສາດ​​ການ​ເຕີບ​ໂຕຂຽວ, ​ປ້ອງ​ກັນ​ ແລະ ​ຕ້ານ​ໄພ​ພິ​ບັດ​ທຳ​ມະ​ຊາດ, ພັດ​ທະ​ນາ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່… ດ້ວຍຫຼາຍ​ໂຄງ​ການ, ແຜນ​ການ​ຮັບ​ມືກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​​ອາກາດ ແລະ ຫລຸດ​ຜ່ອນ​ອາຍ​ພິດ​ເຮືອນ​ແກ້ວ. ຫວຽດ​ນາມ ກໍ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ຈະ​ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ​ຮັບ​ມື​ກັບ​ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ກາດຢ່​າງ​ມີ​ປະ​ສິດ​ທິ​ຜົນ, ໃນ​ນັ້ນ​ມີ​ການ​ປະ​ກອບ​ແຜນ​ຄາ​ດ​ຄະ​ເນ​ໂດຍ​ປະ​ເທດ​ຊາດ​ຕັດ​ສິນ​ເອງ, ເຊິ່ງ​ລວມ​ມີ​ການ​ປະ​ກອບ​ສ່ວນ​ກ່ຽວ​ກັບ​ການ​ຫລຸດ​ຜ່ອນ​ອາຍ​​ພິດ​ເຮືອນ​ແກ້ວ ແລະ ຮັບ​ມື​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ກາດ.


ຂ່າວ/ບົດ​ອື່ນ