ຫວຽດນາມຄັດຄ້ານການກະທຳໃຊ້ຄວາມຮຸນແຮງຂອງຊາວກຳປູເຈຍບາງຄົນຢູ່ແຂວງລອງອານ

ຫວຽດນາມຄັດຄ້ານການກະທຳໃຊ້ຄວາມຮຸນແຮງຂອງຊາວກຳປູເຈຍບາງຄົນຢູ່ແຂວງລອງອານ - ảnh 1
(ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ນ)

(vovworld) - ວັນ​ທີ 28/6, ມີ​ຊາວ​ກຳປູ​ເຈຍ​ ປະມານ 250 ຄົນ, ດ້ວຍ​ການ​ຊ່ວຍ​ໜູນ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ພັກ​ຝ່າຍ​ຄ້ານ​ກຳປູ​ເຈຍ CNRP ​ຈຳນວນ​ໜຶ່ງ ໄດ້​ບຸກ​ເຂົ້າ​ຫຼັກ​ໝາຍ​ຊາຍ​ແດນ 203 ​ໂດຍ​ຫວຽດນາມ ​ຄຸ້ມ​ຄອງ ທີ່​ຂຶ້ນ​ກັບ​ແຂວງ​ລອງ​ອານ. ຕໍ່ໜ້າ​ການ​ກະທຳ​ ຜິດພາດ​ດັ່ງກ່າວ, ກຳລັງ​ຮັບຜິດຊອບ​ໜ້າ​ທີ່ ​ແລະ ຊາວ​ທ້ອງ​ຖີ່​ນບາງ​ຄົນ​ໄດ້​ກີດຂວາງ ​ແລະ ອະທິບາຍ, ​ແຕ່​ພັດ​ຖືກ​ພາກສ່ວນ​ຫົວ​ຮຸນ​ແຮງ​ຊາວ​ກຳປູ​ເຈຍ​ ຈຳນວນ​ໜຶ່ງບຸກ​ໂຈມ​ຕີ, ​ເຮັດ​ໃຫ້​ຊາວ​ຫວຽດນາມ 7 ຄົນ​ຖືກ​ບາດ​ເຈ​ັບ. ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ​ ຕໍ່​ເຫດການ​ດັ່ງກ່າວ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ນ, ຢືນຢັນ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ກ່າວ​ປະນາມ​ການ​ກະທຳ​ຫົວ​ຮຸນ​ແຮງ​​ໂດຍຊາວ​ກຳປູ​ເຈຍ​ຫົວ​ຮຸນ​ແຮງບາງ​ຄົນ​ກໍ່​ຂຶ້ນ, ນີ້​ແມ່ນ​ການ​ກະທຳ​ລະ​ເມີດ​ກົດໝາຍ​ຂອງ​ສອງ​ປະ​ເທດ, ລະ​ເມີດ​ສົນທິສັນຍາ, ສັນຍາ ​ແລະ ຂໍ້​ຕົກລົງ​ລະຫວ່າງ​ຫວຽດນາມ ​ແລະ ກຳປູ​ເຈຍ, ສົ່ງ​ຜົນ​ສະທ້ອນ​ເຖິງ​ວິວັດ​ການ​ຂີດ​ເສັ້ນ​ຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ​ ກໍ່​ຄື​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ. ຫວຽດນາມ​ ຖື​ເປັນ​ສຳຄັນ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ​ກຳປູ​ເຈຍ, ປາດ​ຖະໜາ​ຢາກ​ພັດທະນາ​ເສັ້ນ​ຊາຍ​​ແດນ​ຫວຽດນາມ - ກຳປູ​ເຈຍ​ ໃຫ້​ເປັນ​ເສັ້ນ​ຊາຍ​ແດນ​​ແຫ່ງ​ສັນຕິພາບ, ມິດຕະພາບ. ພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ​ບັນດາ​ອົງການ​ກ່ຽວ​ຂ້ອງ​ຂອງ​ກຳປູ​ເຈຍ ​ມີ​ມາດ​ຕະການ​ແກ້​ໄຂ​ເຫດ​ການ​ນີ້​ຢ່າງ​ເໝາະ​ສົມ, ບໍ່​ປະ​ໃຫ້ການ​ກະທຳ​ຄ້າຍຄື​ກັນ​ເກີດ​ຂຶ້ນ, ຮັບປະກັນ​ໃຫ້​ວຽກ​ງານ​ຂີດ​ເສັ້ນ​ຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ​ດຳ​ເນີນ​ໄປ​ຢ່າງ​ສະດວກ, ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ​ສອງ​ປະ​ເທດ“.

ຂ່າວ/ບົດ​ອື່ນ