ຫວຽດນາມຄັດຄ້ານການນຳໃຊ້ກຳລັງອາວຸດຫຼື ນາບຂູ່ນຳໃຊ້ກຳລັງອາວຸດທີ່ມີຕໍ່ກຳປັນ່ຂອງຫ


ຫວຽດນາມຄັດຄ້ານການນຳໃຊ້ກຳລັງອາວຸດຫຼື ນາບຂູ່ນຳໃຊ້ກຳລັງອາວຸດທີ່ມີຕໍ່ກຳປັນ່ຂອງຫ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ

(vovworld)- ວັນ​ທີ 27/11 ຕອບ​ສຳ​ພາດ​ນັກ​ຂ່າວ​ທີ່​ສະ​ເໜີ​ໃຫ້​ຮູ້​ປະ​ຕິ​ກິ​ລີ​ຍາ​ຂອງ​ຫວຽດ​ນາມ ຕໍ່​ໜ້າ​ຂ່າວ​ບັນ​ດາ​ກຳ​ປັ່ນ​ຕຳຫຼວດ ແລະ ກຳ​ປັ່ນ​ທະ​ຫານ​ຂອງ​ຈີນ​ໄດ້​ປິດ​ລ້ອມ ແລະ ນາບ​ຂູ່​ນຳ​ໃຊ້​ກຳ​ລັງ​ອາ​ວຸດ​ສຳ​ລັບ​ກຳ​ປັນ ຫາຍ​ດັງ 05 ຂອງ​ຫວຽດ​ນາມ. ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ ຊີ້​ແຈ້ງວ່າ :
 “ຫວຽດ​ນາມ​ເດັດ​ດຽວ​ຄັດ​ຄ້ານທຸກ​ການ​ກະ​ທຳ​ນຳ​ໃຊ້​ກຳ​ລັງ​ອາ​ວຸດຫຼື ນາບ​ຂູ່​ນຳ​ໃຊ້​ກຳ​ລັງ​ອາ​ວຸດທີ່​ມີ​ຕໍ່​ບັນ​ດາ​ເຮືອ, ​ກຳ​ປັນ່​ຂອງ​ຫວຽດ​ນາມ. ການ​ກະ​ທຳ​ນີ້​ແມ່ນ​ລະ​ເມີດ​ກົດ​ໝາຍ​ສາ​ກົນ, ໄປ​ຝືນ​ກັບ​ຈິດ​ໃຈ ແລະ ເນື້ອ​ໃນ​ຂອງ​ຖະ​ແຫຼງ​ການ DOC , ນາບ​ຂູ່​ຕໍ່ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ການ​ກະ​ທຳ​ນີ້​ແມ່ນບໍ່​ອາດ​ຮັບ​ຮູ້​ໄດ້”

 

ຂ່າວ/ບົດ​ອື່ນ