ຫວຽດນາມຄັດຄ້ານບັນດາການກະທຳລະເມີດຢ່າງຮຸນແຮງ,ພ້ອມທັງເດັດດຽວປົກປັກຮັກສາອະທິປະໄຕປະເທດຊາດ

(vovworld) – ຫວຽດນາມ​ຄັດຄ້ານ​ບັນດາ​ການ​ກະທຳ​ລະ​ເມີດຢ່າງ​ຮຸນ​ແຮງ, ພ້ອມ​ທັງ​​ເດັດ​ດຽວ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ປະ​ເທດ​ຊາດ - ນີ້​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ​​ເມື່ອ​ຕອນ​ບ່າຍ​ວັນ​ທີ 15/5, ​ໃນ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ຮົ່ງບ່າງ, ນະຄອນ ຫາຍ​ຟ່ອງ, ​ໃນ​ລາຍກາ​ນພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ອນ​ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 7, ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13.


ຫວຽດນາມຄັດຄ້ານບັນດາການກະທຳລະເມີດຢ່າງຮຸນແຮງ,ພ້ອມທັງເດັດດຽວປົກປັກຮັກສາອະທິປະໄຕປະເທດຊາດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ຮົ່ງບ່າງ, ນະຄອນ ຫາຍ​ຟ່ອງ
(ພາບ: dantri.com.vn)

​ໂດ​ຍຕາງໜ້າ​ໃຫ້​ຄະນະ ສສຊ ນະຄອນ ຫາຍ​ຟ່ອງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ສະ​ແດງ​​ທັດສະນະ​ຢ່າງ​ຈະ​ແຈ້ງກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ ຈີນ ນຳ​ຮ້ານ​ເຈາະ​ນ້ຳມັນ​ນ້ຳ​ເລິກ ພ້ອມ​ກັບ​ກຳ່​ປັນ​ຫຼາຍປະ​ເພດ, ​ໃນ​ນັ້ນ​ມີ​ກຳ່​ປັນ​​ປະກອບ​ອາວຸດ ​ແລະ ​ເຮືອບິນ​ປ້ອງກັນ ​ແລະ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ດັ່ງກ່າວ​ຢູ່​ເຂດ​ນອນ​ເລິກ​​ກ່ວາ 80 ​ໄມ​ທະ​ເລ​ໃນ​ເຂດ​ໄຫຼ່​ທະວີບ ​ແລະ ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ ຫວຽດນາມ. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຂອງ ຈີນ ລະ​ເມີດ​ເຖິງ​ກົດໝາຍ​ສາກົນ​, ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຮ້າຍ​ແຮງ, ນາບ​ຂູ່​​ໂດຍ​ກົງ​ເຖິງ​ສັນຕິ​ພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ, ປອດ​ໄພ​​ໃນການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ພັກ, ລັດ ຫວຽດນາມ ມີ​ຄວາມ​ລະງັບ​ໃຈທີ່ສຸດ, ສະ​ແດງ​ທຸກ​ເຈດ​ຕະນາ​ດີ ​ແລະ ນຳ​ໃຊ້​ທຸກໆ​ຊ່ອງ​ພົບ​ປະ​ເຈລະຈາ ​ເພື່ອ​ແລກປ່ຽນ​ກັບ​ຂັ້ນ​ຕ່າງໆ​ຂອງ ຈີນ. ບັນດາ​ກຳລັງ​ປະຕິບັດ​ກົດໝາຍ​ບົນ​ທະ​ເລ​ຂອງ ຫວຽດນາມ ຄື​ຕຳຫຼວດ​ທະ​ເລ, ກຳລັງ​ກວດກາ​ການ​ປະມົງ​ໃນ​ພື້ນ​ທີ່​ຕົວ​ຈິງ​ກໍ່​ລະງັບ​ໃຈ​ທີ່​ສຸດ, ຄັດຄ້ານ, ຮຽກຮ້ອງ ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ​ແລະ ບັນດາ​ກຳ່​ປັນ​ປະກອບ​ອາວຸດ, ກຳ່​ປັນ​​ທະຫານ​ອອກ​ຈາກ​ເຂດ​ທະ​ເລ​ຂອງ ຫວຽດນາມ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຝ່າຍ ຈີນ ບໍ່ພຽງ​ແຕ່​​ຕອບ​ສະໜອງ​ຕາມ​ຄຳ​ຮຽກຮ້ອງຢ່າງສົມ​ເຫດ​ສົມ​ຜົນ​ຂອງ ຫວຽດນາມ ​ເທ່ົາ​ນັ້ນຫາກ​ຍັງ​ຕູ່​ຫາ, ​ຖີ້ມໂທດ ​ໃຫ້ ຫວຽດນາມ, ພ້ອມ​ທັງ​ເພີ່ມ​ທະວີ​ກຳ່​ປັນ​ປະກອບ​ອາວຸດ ນາບ​ຂູ່, ລະ​ເມີດ​ເຖິງຊັບ​ສົມບັດ ​ແລະ ກໍ່​ປາດ​ແຜ​ໃຫ້​ກຳລັງ​ປະຕິບັດ​ກົດໝາຍ​ບົນ​ທະ​ເລ​ຂອງ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໃຫ້​ຮູ້​ວ່າ: ຍາມ​ໃດ ຫວຽດນາມ ກໍ່​ປາດ​ຖະໜາ​ຢາກ​ພ້ອມ​ກັບ ຈີນ ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນດ້ວຍ​ມາດ​ຕະການ​ສັນຕິພາບ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ສະ​ເໝີ​ພາບ ​ແລະ ​ເຄົາລົບ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ​ແລະ ຂອງ​ໂລກ. ທ່ານ​ນາຍົກລັດຖະມົນຕີ ຊີ້​ແຈ້ງວ່າ: ຫວຽດນາມ ຄັດຄ້ານ​ບັນດາ​ການ​ກະທຳ​ລະ​ເມີດ​ຢ່າ​ງຮຸນ​ແຮງ, ພ້ອມ​ທັງ​ເດັດ​ດຽ​ວ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຕົນ ​ໃຫ້​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ. ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ເຮັ​ດຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ສ້າງ​ທຸກໆ​ເງື່ອນ​ໄຂ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​​ແກ່​ປະຊາຊົນ, ວິ​ສາ​ຫະກິດ ​ແລະ ບັນດາ​ອົງການ​ຕ່າງປະ​ເທດ​ຢູ່ ຫວຽດນາມ ຖືກ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ຂອງ ຫວຽດນາມ.

 





ຂ່າວ/ບົດ​ອື່ນ