ຫວຽດນາມຄັດຄ້ານເລື່ອງ ຈີນສະກັດກັ້ນຊາວປະມົງ ກວາງຫງາຍເຂົ້າໝູ່ເກາະ ຮ່ວາງຊາ

ຫວຽດນາມຄັດຄ້ານເລື່ອງ ຈີນສະກັດກັ້ນຊາວປະມົງ ກວາງຫງາຍເຂົ້າໝູ່ເກາະ ຮ່ວາງຊາ - ảnh 1
ພາບປະກອບ

(vovoworld) - ວັນ​ທີ 29/2, ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ ຕໍ່​​ເຫດການ, ຊາວ​ປະມົງ 11 ຄົນ​ໃນ​ກ່ຳ​ປັ່ນຫາ​ປາ​ລຳ​ໜຶ່ງ​ຂອງ​​ແຂວງ ກວາງຫງາຍ ຖືກ​ຝ່າ​ຍ ຈີນ ​ໃຊ້​ກຳລັງ​ອາວຸດນາບ​ຂູ່, ທໍ​ລະ​ມານ, ກວດຢຶດເອົາ​ຊັບ​ສິນ, ສະກັດ​ກັ້ນ​ບໍ່​ໃຫ້​ເຂົ້າຫຼົບ​ຫຼີກ​ພະຍຸ​ຢູ່​ໝູ່​ເກາະ ຮ່ວາງ​ຊາ​ຂອງ​ ຫວຽດນາມ ໃນ​ວັນ​ທີ 22/2, ​ໂຄສົກ​ກະຊວງ​​ການ​ຕ່າງປະ​ເທດ​ຫວຽ​ດນາມ ​ເລືອ​ງ​ແທງ​ຫງີ້  ຊີ້​ແຈງ​ວ່າ: ຫວຽ​ດນາມ ມີ​ອະທິປະ​ໄຕ​ຕໍ​ໝູ່​ເກາະ 2 ​ແຫ່ງ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ການ​ກະທຳ​ດັ່ງ​ກ່າວ​ຂອງ​ຝ່າ​ຍ ຈີນ ​ແມ່ນ​ລະ​ເມີດ​ອະທິປະ​ໄຕ​, ສິດ​ອະທິປະ​ໄຕ, ສິດ​ອັນຖືກຕ້ອງຂອງ​ຫວຽດນາມຢ່າງ​ຮ້າຍ​ແຮງ, ​ໄປ​ຝືນ​ກັບ​ຈິດ​ໃຈ​ປະ​ພຶດຕໍ່​ຢ່າງ​ມະນຸດສະທຳ​ທີ່​ມີ​ຕໍ​ຊາວ​ປະມົງ, ​ເປັນ​ອັນຕະລາຍ​ຕໍ່​ຊີວິດອິນ​ຊີ ​ແລະ ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​​ທາງ​ດ້ານ​ຊັບ​ສິນ​ໃຫ້​ແກ່​ຊາວ​ປະມົງ​ຫວຽດນາມ, ບໍ່​ເໝາະ​ສົມ​ກັບ​ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ ​ແລະ ຄວາມຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ຝືນ​ກັບ​ຈິດ​ໃຈ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດຕໍ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (ຫຼື DOC). ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ສະຖານທູດ​ ຈີນ ປະຈຳ​ ຮ່າ​ໂນ້ຍ ​ເພື່ອ​ຄັດຄ້ານ​ການ​ກະທຳ​ດັ່ງ​ກ່າວ​ຂອງ​ຈີນ, ຮຽກຮ້ອງ​ໃຫ້​ຈີນ ບໍ່​ປະ​ໃຫ້​ເກີດ​ບັນດາ​ການ​ກະທຳ​ທີ່​ຜິດ​ກົດໝາຍ​ຄື​ແນວນ​ັ້ນ ​ແລະ ຊ​ົດ​ເຊີຍ​ຄ່າ​ເສຍ​ຫາຍ​ໃຫ​້​ແກ່​ຊາວ​ປະມົງ​ຫວຽດນາມ.

ຂ່າວ/ບົດ​ອື່ນ