ຫວຽດນາມຄວນພັດທະນາແຫຼ່ງຊັບພະຍາກອນມະນຸດເຕັກໂນໂລຊີຂໍ້ມູນຂ່າວສານຕອບສະໜອງຄວາມຕ້ອງການຂອງໂລກ

(VOVWORLD) - ຕອນເຊົ້າວັນທີ 19 ຕຸລາ, ຢູ່ນະຄອນໂຮ່ຈີມິນ ໄດ້ໄຂກອງປະຊຸມສົ່ງອອກການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານ 2017 ( Vietnam ITO Conference 2017 ) ດ້ວຍການເຂົ້າຮ່ວມຂອງຜູ້ແທນທັງຢູ່ພາຍໃນ ແລະ ຕ່າງປະເທດ 500 ຄົນ. 
ຫວຽດນາມຄວນພັດທະນາແຫຼ່ງຊັບພະຍາກອນມະນຸດເຕັກໂນໂລຊີຂໍ້ມູນຂ່າວສານຕອບສະໜອງຄວາມຕ້ອງການຂອງໂລກ - ảnh 1 ພາບປະກອບ

ນີ້ແມ່ນກອງປະຊຸມໃຫຍ່ສຸດຢູ່ຫວຽດນາມ ກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ ດ້ວຍຈຸດປະສົງ ແມ່ນແນະນຳກຳລັງຄວາມສາມາດໃນການພັດທະນາຊອັບແວ, ຄວາມສາມາດສະໜອງການບໍລິການ ແລະ ເປີດກາລະໂອກາດ ຮ່ວມມືລົງທຶນຂອງຫວຽດນາມກັບໂລກ. ທີ່ກອງປະຊຸມ, ບັນດາຜູ້ແທນຢືນຢັນວ່າ ການປະຕິວັດອຸດສາຫະກຳ 4.0 ທີ່ພວມດຳເນີນ ແມ່ນໂອກາດຄຳເພື່ອໃຫ້ຂະແໜງຊອັບແວ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຂອງຫວຽດນາມພັດທະນາຢ່າງແຮງ, ຍົກສູງມູນຄ່າ ແລະ ກາຍເປັນສູນເຕັກໂນໂລຊີຂໍ້ມູນຂ່າວສານມີຄຸນນະພາບສູງຂອງພາກພື້ນ. ຄຽງຂ້າງນັ້ນ, ຫວຽດນາມຄວນມີມາດຕະການໃຫ້ບັນຫາຍົກສູງຄຸນນະພາບ ແຫຼ່ງຊັບພະຍາກອນມະນຸດໃຫ້ຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດທົ່ວໂລກໃນປະຈຸບັນ. ທ່ານ ເລິມຫງວຽນຫາຍລອງ, ຜູ້ອຳນວຍການສວນສາທາລະນະຊອັບແວ ກວາງຈູງ, ປະທານສະຫະພັນບັນດາວິສາຫະກິດສົ່ງອອກຊອັບແວຫວຽດນາມ ( VNITO Alliance ), ຖືວ່າ

        “ ພວກຂ້າພະເຈົ້າຍັງເຕີບໂຕຢ່າງສະໝ່ຳສະເໝີ ແຕ່ການເຕີບໂຕນັ້ນ ຍັງບໍ່ທັນຕອບສະໜອງ ຄວາມມຸ່ງມາດປາຖະໜາ ແລະ ຄວາມຕ້ອງການຂອງຕະຫຼາດໂລກເທື່ອ. ດ້ວຍເຫດນັ້ນ, ພວກຂ້າພະເຈົ້າຈຶ່ງສະເໜີບາງມາດຕະການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດຊອັບແວຫວຽດນາມຂຶ້ນ

ຕອບກັບ

ຂ່າວ/ບົດ​ອື່ນ