ຫວຽດນາມຈັດການຂົນຂວາຍຜູ້ອອກສະໝັກເລືອກຕັ້ງເຂົ້າກຳມາທິການກົດໝາຍສາກົນ

ຫວຽດນາມຈັດການຂົນຂວາຍຜູ້ອອກສະໝັກເລືອກຕັ້ງເຂົ້າກຳມາທິການກົດໝາຍສາກົນ - ảnh 1
ທ່ານ ຫງວຽນ​ຮົ່ງ​ທາວເອກອ​ັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ
(ພາບ​: Vietnamembassy-kuwait)

(vovworld) –​ ໃນ​ວັນ​ທີ 23/6, ຄະ​ນະ​ປະ​ຕິ​ບັດ​ງານ​ຫວຽດນາມ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ ຈັດ​ການ​ຕ້ອນ​ຮັບ​ແຂກ ເພື່ອຂົນ​ຂວາຍ​ໃຫ້​ ທ່ານ ຫງວຽນ​ຮົ່ງ​ທາວ ເອກອ​ັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ Kuwait ອອກ​ສະ​ໝັກ​ເລືອກ​ຕັ້ງ ເຂົ້າ​ເປັນ 1 ໃນ​ຈຳ​ນວນ 7 ສະ​ມາ​ຊິກ​​ໃນກຳມາ​ທິ​ການ​ກົ​ດ​ໝາຍ​ສາ​ກົນ (ILC) ​ທີ່ໄດ້​ຈັດ​ແບ່ງ ໃຫ້​ເຂດ​ອາ​ຊີ-ປາ​ຊີ​ຟິກ. ເຂົ້າ​ຮ່ວມ​ການ​​ຕ້ອນ​ຮັບ ​ມີ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ຜູ້ຕາງ​ໜ້າ​ ຂອງ​ບັນ​ດາ​ຄະ​ນະ​ປະ​ຕິ​ບັດ​ງານ​ປະ​ຈຳ ຢູ່​ສະ​ຫະ​ປະ​ຊາ​ຊາດ ແລະ ບັນ​ດາ​ຜູ້​ນຳ​ຈາກຫຼາຍ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ ເປັນ​ຈຳ​ນວນຫຼວງຫຼາຍ. ກ່າວ​ຄວາມ​ເຫັນ ທີ່​ການ​ຂົນ​ຂວາຍ, ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ ​ຫວຽດ​ນາມ ປະ​ຈຳ ສະ​ຫະ​ປະ​ຊາ​ຊາດ, ທ່ານ ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ໃຫ້​ຮູ້​ວ່າ: ເປັນ​ຄັ້ງ​ທຳ​ອິດ​ທີ່​ຫວຽດ​ນາມ​ມີ​ຜູ້​ອອກ​ສະ​ໝັກ​ເລືອກ​ຕັ້ງ​ ເຂົ້າ​ໃນ​ກຳ​ມາ​ທິ​ການ​ກົດ​ໝາຍ​ສາ​ກົນ ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫວຽດ​ນາມ ສຳ​ລັບ​​ກົດ​ໝາຍ​ສາ​ກົນ ກໍ່​ຄື​ຄວາມມຸງ​ມາດ​ປາດ​ຖະ​ໜາ ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ລວມ​ຂອງສະ​ຫະ​ປະ​ຊາ​ຊາດ.

        ໃນ​ບົດ​ກ່າວ​ຄວາມ​ເຫັນ​ ທ່ານ ຫງວຽນ​ຮົ່ງ​ທາວ​ ໃຫ້​ຄຳ​ໝັ້ນ​ສັນ​ຍາວ​່າ:  ຖ້າ​ຫາກ​ໄດ້​ຮັບ​ການ​ເລືອກ​ຕັ້ງ, ທ່ານ ຈະ​ໃຫ້​ບຸ​ລິ​ມະ​ສິດ ​ແກ່ບາງ​ຫົວ​ຂໍ້​​ທີ່​ເໝາະ ໃຫ້ແກ່​ເຂດ​ອາ​ຊີ-ປາ​ຊີ​ຟິກ ກໍ່​ຄື​ບັນ​ດາ​ປະ​ເທດ​​ທີ່ກຳ​ລັງ​ພັດ​ທະ​ນາ ຢູ່​ອາ​ຊີ, ອາ​ຟິກ​ກາ, ລວມ​ມີ: ​ການ​​ເກັບກຳ ແລະ ປະ​ກາດ​​ ບັນ​ດາ​ເອ​ກະ​ສານ​ກ່ຽວ​ຂ້ອງ ​ເຖິງທຳ​ນຽມປະ​ຕິ​ບັດ​ກົດ​ໝາຍ​ສາກົນ ຂອງ​ບັນ​ດາ​ປະ​ເທດ ຢູ່​ ​ອາ​ຊີ-ປາ​ຊີ​ຟິກ; ແກ້​ໄຂບັນ​ດາ​ຂໍ້​ຂັດ​ແຍ່ງ ລະ​ຫວ່າງ​ ບັນ​ດາ​ປະ​ເທດ​ຜ່ານ​ມາດ​ຕະ​ການ​ສັນ​ຕິ​ວິ​ທີ; ບັນ​ດາ​ຫົວ​ເລື່ອງ​ອື່ນ​ ທີ່​ຂື້ນ​ກັບ​ຂົງເຂດ​ທີ່ ILC ສົນ​ໃຈ​.

ຂ່າວ/ບົດ​ອື່ນ