ຫວຽດນາມຈັດການໂອ້ລົມສົນທະນາກ່ຽວກັບສິດຂອງຜູ້ອອກແຮງງານບົນທະເລຢູ່ສະວິດ

ຫວຽດນາມຈັດການໂອ້ລົມສົນທະນາກ່ຽວກັບສິດຂອງຜູ້ອອກແຮງງານບົນທະເລຢູ່ສະວິດ - ảnh 1
(ພາບປະກອບ)

(vovworld) –​ ​ໃນ​ວັນ​ທີ 22/6, ຢູ່ນອກກອງ​ປະ​ຊຸມ​​ສາ​ມັນ ຄັ້ງ​ທີ່ 32 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ (LHQ) ຢູ່​ສະ​ວິດ​, ຄະ​ນະ​ປະ​ຕິ​ບັດ​ງານ​ປະ​ຈຳ​ຂອງ​ຫວຽດ​ນາມ ຢູ່ Genneva ​ໄດ້ສົມ​ທົບ​ກັບ​ອົງ​ການ​ແຮງ​ງານ​ສາ​ກົນ (ILO) ຈັດ​​ຕັ້ງການ​ໂອ້​ລົມ​ສົນ​ທະ​ນາ​ສາ​ກົນ ກ່ຽວ​ກັບ “ຮັບ​ປະ​ກັນ​ສິ່ງ​ແວດ​ລ້ອມ​ເຮັດ​ວຽກ​​ຢ່າງປອດ​ໄພ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ບົນ​ທະ​ເລ”. ທ່ານ ຫງ​ວຽນ​ຈຸງ​ແທ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​, ຜູ້​ຕາງ​ໜ້າ​ປະ​ຈຳ ຂອງ​ຫວຽດ​ນາມ ​ຄຽງ​ຂ້າງ LHQ, ເປັນ​ປະ​ທານ​ການ​ໂອ້​ລົມ​ສົນ​ທະ​ນາ ​ຮ່ວມ​ກັບ ທ່ານ Brandt Wagner, ຫົວ​ໜ້າ​ພາກ​ສ່ວນ​ເດີນ​ທະ​ເລ ແລະ ຂົນ​ສົ່ງ, ກົມ​ນະ​ໂຍ​ບາຍ​ຂອງ ILO. ເຂົ້າ​ຮ່ວມ​ເຫດ​ການນີ້​ ມີ​ຜູ້​ຕາງ​ໜ້າ​ ຄະ​ນະ​ປະ​ຈຳ ຢູ່ Genneva ແລະ ບັນ​ດາ​ອົງ​ການ​ສາ​ກົນ​ທີ່​ກ່ຽວ​ຂ້ອງ ກວ່າ 30 ຄະ​ນະ. ບັນ​ດາ​ຜູ້ແທນ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ໄດ້ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ ຂອງ​ຫວຽດ​ນາມ ແລະ ILO ໃນ​ການ​ຈັດ​ການ​ໂອ້​ລົມ​ສົນ​ທະ​ນາ ດ້ວຍ​ຫົວ​ຂໍ້ແທດ​ຈິງ​ນີ້, ເປັນ​ຕົນ​ແມ່ນ​ໃນ​ສ​ະຖາ​ນະ​​ການ ສິ​ດ​ຂອງ​ຜູ້​ອອກ​ແຮງ​ງານ​ບົນ​ທະ​ເລ ຢູ່​​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ ເວົ້າ​ສະ​ເພາະ ແລະ ໃນ​ໂລກ​ເວົ້າ​ລວມ ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ທ້າ​ທາຍຫຼາຍ​ຢ່າງ. ຄຽງ​ຄູ່​ກັນ​ນັ້ນ, ​ຜູ້​ແທນບ​າງ​ທ່ານ ກໍ່​ແບ່ງ​ປັນ​ບົດ​ຮຽນ​ ໃນ​ບັນ​ຫາ​ນີ້.

        ​ສີ້ນ​ສຸດການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ ຫງວຽນ​ຈຸງ​ແທ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ​ໄດ້ຍົກ​ບາງ​ຂ​ໍ້​ສະ​ເໜີ​ແນະ​ ເຊັ່ນ: ຍູ້​ແຮງ​ການຮ່ວມ​ມື​ສາ​ກົນ ກ່ຽວ​ກັບ​ການ​ຕ້ານ​ໂຈນ​ສະ​ຫຼັດ, ກູ້​ໄພ​ກູ້​ຊີບ; ປະ​ຊາ​ຄົມ​ສາ​ກົນ​ຕັ້ງ​ໜ້າ​ຄົ້ນ​ຄວ້າກໍ່​ສ້າງ, ປັບ​ປຸງ​ບາງ​ກົນ​ໄກ​ສາ​ກົນ ​ທີ່​ສາ​ມາດ​ເປັນ​ໄປ​ໄດ້ ເພື່ອ​ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ ​ຂອງ​ຊາວ​​ປະ​ມົງ.

ຂ່າວ/ບົດ​ອື່ນ