ຫວຽດນາມຈັດຕັ້ງການໂອ້ລົມສົນທະນາສາກົນກ່ຽວກັບສິດຂອງເດັກນ້ອຍແລະວິສາຫະກິດ

ຫວຽດນາມຈັດຕັ້ງການໂອ້ລົມສົນທະນາສາກົນກ່ຽວກັບສິດຂອງເດັກນ້ອຍແລະວິສາຫະກິດ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດວິ​ສາ​ມັນ
​ຜູ້​ມີ​ອຳນາດ​ເຕັບ​​ແຫ່ງ​ສສ.ຫວຽດນາມ ຫງວຽນ​ຈຸ​ງ​ແທ່ງ
(ພາບປະກອບ: vietnamplus.vn)


(vovworld) – ວັນ​ທີ 17/09, ຢູ່​ນອກ​ກອງ​ປະຊຸມນັດ​ສາມັນ​ຄັ້ງ​ທີ 30 ຂອງ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ​ຢູ່​ເຊີ​ແນ​ວ, ປະ​ເທດ​ສະ​ວິດ, ຫວຽດນາມ ​​ພ້ອມ​ກັບ​ແບນ​ຊິກ, ຈີ​ເລ ​ແລະ Ghana ​​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ສາກົນ​ກ່ຽວ​ກັບ “​ສິດ​ຂອງ​ເດັກນ້ອຍ​​ແລະ​ວິ​ສາ​ຫະກິດ: ປື້​ມຄູ່​ມື​ປະຕິບັດ ​ແລະ ບັນດາ​ພຶດຕິ​ກຳ​ຕົວ​ຈິງ​ທີ່​ດີ”. ​ການ​ໂອ້​ລົມສົນທະນາ ​ມີ​ການ​​ເຂົ້າ​ຮ່ວມ​ຂອງ​ນັກ​ປາ​ຖະ​ກະຖາຈາກ​ກອງ​ທຶນ​ຫະປະຊາ​ຊາດ​ເພື່ອ​ເດັກນ້ອຍ (UNICEF) ​ແລະ ຄະນະ​ກຳມະການ​ກົດໝາຍສາກົນ (ICJ), ຜູ້​ຕາງໜ້າ 30 ປະ​ເທດ​ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ ພ້ອມ​ກັບ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ.

   ກ່າວ​ຄຳ​ເຫັນ​ທີ່​ການ​​ໂອ້​ລົມສົນທະນາ, ທ່ານ​ເອກ​ອັກຄະ​ລັດຖະທູດ ວິ​ສາ​ມັນ​ຜູ້​ມີ​ອຳນາດ​ເຕັບ​​ແຫ່ງ​ສສ.ຫວຽດນາມ ຫງວຽນ​ຈຸ​ງ​ແທ່ງ, ຫົວໜ້າ​ຄະນະ​ຜູ້​​ແທນ​ຫວຽດນາມ ຢູ່​ຂ້າງ​ສະຫະ​ປະຊາ​ຊາດ, ອົງການ​ຈັດ​ຕັ້ງ​ການ​ຄ້າ​ສາກົນ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນອື່ນໆ​ຢູ່​ເຊີ​ແນວ, ​ໄດ້​ຍົກ​ສູງຄວາມ​ມານະ​ພະຍາຍາມປັບປຸງ​ລະບົບ​ນະ​ໂຍບາຍ, ກົດ​ໝາຍ​ແຫ່ງ​ຊາດ​ຂອງ​ຫວຽດນາມ ​ເພື່ອ​ປະຕິບັດ​ບັນດາ​ພັນທະ​ຕາມ​ສັນ​ທິສັນຍາສາກົນ​ກ່ຽວ​ກັບ​ສິດ​ຂອງ​ເດັກນ້ອຍ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈຸ​ງ​ແທ່ງ ຢືນຢັນ​ວ່າ, ຫວຽດນາມ ຈະ​ມານະ​ພະຍາຍາມ​ກ່ວາ​ອີກ​ໃນ​ການ​ປະຕິບັນດາ​ບັນຫາ​ພັນທະ​​ເປັນ​ສະມາຊິກສົນທິ​ສັນຍາ​ກ່ຽວ​ກັບ​ສິດ​ຂອງ​ເດັກນ້ອຍ ​ແລະ ສືບຕໍ່ຮ່ວມ​ມື​ກັບ UNICEF, ຄະນະ​ກຳມະການສົນທິສັນຍາ​ກ່ຽວ​ກັບ​ສິດ​ຂອງ​ເດັກ ​ແລະ ບັນດາ​ອົງການຈັດ​ຕັ້ງ​ສາກົນ, ອົງການຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດຖະບານ​ໃນ​ຂົງ​ເຂດ​ນີ້ຢ່າງ​ແໜ້ນ​ແຟ້ນ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທີ່​ວາລະ​ປຶກສາ​ຫາລື​ປະຈ​​​ຳ 2 ປີ​​ເທື່ອ​ໜຶ່ງ, ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຂວ້ຳ​ບາດ​ພຽງ​ຝ່າຍດຽວ ​ແລະ ການ​ກະທົບ​ເຖິງ​ສິດທິ​ມະນຸດ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈຸ​ງ​ແທ່ງ ​ໄດ​້​ເຂົ້າ​ຮ່ວມ​ວາລະ​ປຶກສາ​ຫາລື, ​​ແບ່ງປັນ​ທັດສະນະ​ຂອງ​ຫຼາຍ​ປະ​ເທດ​ທີ່​ຖື​ວ່າ: ບັນດາ​ມ​າດຕະການ​ ຫຼື ຂໍ້​ກຳນົດຂວ້ຳ​ບາດ​​ເຊິ່ງປະ​ເທດ​ດຽວ​ຮັບຮອງ​ເອົາ ​ແລະ ນຳ​ໃຊ້​ຢູ່​ນອກ​ຂອບ​ເຂດຂອງ​ພາກ 7 ກົດ​ບັດ​ສະຫະ​ປະຊາ​ຊາດ ​ແມ​່ນ​ຝືນ​ກັບກົດໝາຍ​ສາກົນ, ກົດໝາຍ​ມະ​ນຸດ​ສະ​ທຳ​ສາກົນ ​ແລະ ບັນດາ​ຫຼັກ​ການ​ພື້ນຖານ​ທີ່ປັບປຸງ​ການ​ພົວພັນ​ສັນຕິພາບ​ລະຫວ່າງ​ປະ​ເທດ​ຕ່າງໆ.

ຂ່າວ/ບົດ​ອື່ນ