ຫວຽດນາມ-ຈີນ ພັດທະນາການຮ່ວມມື ຮອບດ້ານ


ຫວຽດນາມ-ຈີນ ພັດທະນາການຮ່ວມມື ຮອບດ້ານ - ảnh 1
ທ່ານຫງວຽນຟູຈ້ອງຕ້ອນຮັບທ່ານຢາງເຈຍຊື້
(ພາບ: vov)
(vovworld)-​​ຕອນ​ບ່າຍ​ວັນ​ທີ 27/10 ຢູ່ ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ຕ້ອນ​ຮັບ ທ່ານ ຢາງ​ເຈຍ​ຊຶ້ກຳມະການ​ລັດຖະບານ​ຈີນ ພວມ​ຢ້ຽມ​ຢາມ ຫວຽດ​ນາມ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 7 ຄະ​ນະ​ກຳ​ມະ​ການ​ຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ​ຫວຽດ​ນາມ-ຈີນ ຢູ່ ຮ່າ​ໂນ້ຍ. ນະ​ທີ່ນີ້ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນ​ຢັນ​ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ຫມີ​ປາຍ​ຂອງ​ພັກ, ລັດ ແລະ ປ​ະ​ຊາ​ຊົນ​ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ກັບ​ຈີນ ເປັນ​ສຳ​ຄັນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສະ​ເຫນີ ຄະ​ນະ​ກຳ​ມະ​ການ​ຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ​ຄວນ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ກຳ​ນົດ​ທິດ​ໃຫ້​ດີກວ່າ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ລັດ​, ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ສອງ​ປະ​ເທດ​ໃຫ້​ພັດ​ທະ​ນາ.

ຕອນ​ບ່າຍ​ວັນ​ດ​ຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ​ນ​ຊາງ ກໍ​ໄດ້​ຕ​ອ້ນ​ຮັບ​ທ່ານ ຢາງ​ເຈຍ​ຊຶ້. ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ເນັ້ນ​ຫນັກ: ສອງ​ຝ່າຍ​ຄວນ​ເອົາ​ໃຈ​ໃສ່​ຊີ້​ນຳ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພິ​ເສດ​ແມ່ນ​ໂຄງ​ການ​ດຳ​ເນີນ​ງານ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ-ຈີນ.

ທ່ານຢາງ​ເຈຍ​ຊຶ້ ຢືນ​ຢັນ ພັກ, ລັດ​ຈີນ ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ຫນາ​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ ການ​ຮ່​ວມ​ມື​ຮອບ​ດ້ານ​ກັບ​ຫວຽດ​ນາມ.

ຫວຽດນາມ-ຈີນ ພັດທະນາການຮ່ວມມື ຮອບດ້ານ - ảnh 2
ທ່ານ​ຟ້າ​ມບິງ​ມິ​ງ ​ແລະ ທ່ານ​ຢາງ​ເຈຍ​ຊື້
(
ພາບ: Lê Quân)

 ກ່ອນ​ຫນ້ານັ້ນ, ໃນ​ວັນ​ດຽວ​ກັນ, ຢູ່​ຮ່າ​ໂນ້ຍ, ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ ​ແລະ ທ່ານ​ຢາງ​ເຈຍ​ຊຶ້ ກຳມະການ​ລັດຖະບານ​ຈີນ ​ໄດ້​ເປັນປະທານວາລະ​ປະຊຸມ​ຄັ້ງທີ 7 ຄະນະ​ກຳມະການຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍຫວຽດນາມ-​ຈີນ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ; ຍູ້​ແຮງ​ການ​ປະຕິບັດ​ໂຄງການ​ດຳ​ເນີນ​ງານ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ-​ຈີນ ຢ່າງ​ມີ​ປະສິດທິ​ຜົນ; ຮີບ​ເຮັ່ງ​ສ້າງຕັ້ງກຸ່ມ​ປະຕິບັດ​ງານ​ຮ່ວມ​ມື​ດ້ານ​ພື້ນຖານ​ໂຄງ​ລ່າງ ​ແລະ ສ້າງຕັ້ງກຸ່ມ​ປະຕິບັດ​ງານ​ຮ່ວມ​ມື​ດ້ານ​ເງິນຕາ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ກ່ຽວຂ້ອງ. ສອງ​ຝ່າຍ​ຖື​ວ່າ, ການ​ແກ້​ໄຂ​ບັນດາ​ບັນຫາ​ບົນ​ທະ​ເລ​ໃຫ້​ເໝາະ​ສົມ​ມີ​ຄວາມ​ໝາຍສຳຄັນ​ສຳລັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

  ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ ຢືນຢັນ​ວ່າ: ຍາມ​ໃດ​ຫວຽດນາມ ກໍ່​ຖື​ການ​ພັດທະນາການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານກັບ​ຈີນ​ເປັນ​ສຳຄັນ ​ແລະ ທ່ານ​​ໄດ້​ຍົກ​ອອກ​ທັດສະນະ, ຫຼັກໝັ້ນຂອງ​ຫວຽດນາມ​ ໃນ​ບັນດາ​ຫາ​ທະ​ເລ​ຕາ​ເວັນ​ອອກ. ນັ້ນ​ແມ່ນ​ຫວຽດນາມ ຍາມ​ໃນ​ກໍ່​ບຸລິມະສິດ​ຮັບຮອງ​ບັນດາ​ມາດ​ຕະການ​ສັນຕິພາບ​ເພື່ອ​ພ້ອມ​ກັບ​ຈີນ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງ, ຄວາມ​ບໍ່​ລົງ​ລອຍ​ກັນ​ບົນ​ພື້ນຖານ​ປະຕິບັດ​ບັນດາ​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນສູງ​ສອງ​ປະ​ເທດ, ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​ຊີ້​ນຳ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ​ຫວຽດນາມ-​ຈີນ, ກົດໝາຍ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ​ກ່ຽວ​ຂ້ອງ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ-ຈ​ີນ
      ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ ​ກົວ​ເຊິງກວນ, ກຳ​ມະ​ການ​ລັດ​ຖະ​ບານ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ຈີນ, ວັນ​ທີ 26/10, ຄະ​ນະ​ຜູ້​ແທນ​ຂັ້ັ້ນ​ສູງ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໂດຍ​ທ່ານ​ພົນ​ເອກ ເຈີ່ນ​ດ້າຍກວາງ, ກຳ​ມະ​ການ​ກົມ​ການ​ເມືອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ນຳ​ໜ້າ​ໄດ​້​ເດີນ​ທາງ​ຢ້ຽມ​ຢາມ ຈີນ ແລະ ​ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຄັ້ງ​ທີ 4 ລະ​ຫວ່າງ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ແລະ ກະ​ຊວງ​ຕຳ​ຫຼວດ ຈີນ. ຕອ​ນ​ບ່າຍ​ວັນ​ທີ 26/10, ຢູ່ ນະ​ຄອນຫຼວງ ປັກ​ກິງ, ທ່ານ​ລັດ​ຖະ​ມົນ​ຕີ ເຈີ່ນ​ດ້າຍກວາງ ເຈ​ລະ​ຈາ​ກັບ​ທ່ານ ​ເມິງ​ກຽນ​ຈູ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ຄະ​ນະ​ກຳ​ມະ​ການການ​ເມືອງ - ກົດ​ໝາຍສູນ​ກາງ​ພັກ​ກອມ​ມູ​ນິ​ດ ຈີນ. ທ່ານ​ລັດ​ຖະ​ມົນ​ຕີ ເຈີ່ນ​ດ້າຍກວາງ ປາດ​ຖະ​ໜາ​ວ່າ: ທ່ານ ​ເມິງ​ກຽນ​ຈູ, ສືບ​ຕໍ່​ເອົາ​ໃຈ​ໃສ່​ຊີ້​ນຳ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ ຕຳຫຼວດ ຈີນ ແລະ ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ ຈີນ ກັບກະ​ຊວງ​ຕຳຫຼວດ ຫວຽດ​ນາມ ​ໃຫ້ນັບ​ມື້​ນັບ​ພັດ​ທະ​ນາ, ມີ​ປະ​ສິດ​ທິ​ຜົນ, ແທດ​ຈິງ, ຕອບ​ສະ​ໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ ແລະ ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ປະ​ກອບ​ສ່ວນ​ຮັກ​ສາ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮ​ຽບ​ຮ້ອຍຂອງ​ແຕ່​ລະ​ປະ​ເທດ​, ເພື່ອສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ຢູ່​ໃນ​ໂລກ. ສ່ວນ​ທ່ານ ​ເມິງ​ກຽນ​ຈູ, ຢືນ​ຢັນ​ວ່າ: ພັກ, ລັດ ແລະ ປະ​ຊາ​ຊົນ ຈີນ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາ​​ວ່າ​ການ​ພົວ​ພັນ​ຮ່ວມ​ມື, ມິດ​ຕະ​ພາບກັບ ຫວຽດ​ນາມ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ອັນ​ດີ​ງາມ​ຍິ່ງ​ກ່​ວາ​ອີກ.

        ກອງ​ປະ​ຊຸມ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ລະ​ຫວ່າງ ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ແລະ ກ​ວງ​ຕຳຫຼວດ ຈີນ ແມ່ນກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​​ຖືກ​ຈັດ​ຕັ້ງ​​ຜັດປ່ຽນ​ກັນ 2 ປີ​ເທື່ອ​ໜຶ່ງ. ກອງ​ປະ​ຊຸມ​ຄັ້ງ​ນ​ີ້​ຈະ​ສຸມ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ, ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື​ໃນ​ຂົ​ງ​ເຂດ​​ຕໍ່​ສ​ູ້ປ້ອງກ​ັນ, ຕ້ານ​ອາດ​ອາ​ດ​ຊະ​ຍາ​ກຳ, ຮັກ​ສາ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ລະ​ຫວ່າງ 2 ກະ​ຊວງ, ​ເປັ​ນເອ​ກະ​ພາບ​ທິດ​ທາງ​ແຫ່ງ​ການ​ຮ່ວມ​ມື​ແຕ່ນີ້​ຮອດ​ປີ 2016 ແລະ ຊຸມ​ປີ​ຕໍ່​ໄປ.

ຂ່າວ/ບົດ​ອື່ນ