ຫວຽດນາມຈະກາຍເປັນສູນປຸງແຕ່ງ,ຜະລິດໃໝ່ຂອງໂລກ

ຫວຽດນາມຈະກາຍເປັນສູນປຸງແຕ່ງ,ຜະລິດໃໝ່ຂອງໂລກ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳ​ມະ​ການ
​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ
(ພາບ: TTXVN)

(vovworld) ຫວຽດນາມ ອາດ​ສາມາດ​ເປັນ​ຈຸດ​ມັດ​ພົບ​ຂອງ​ບັນດາ​ກຸ່ມ​ບໍລິສັດ​ນານາ​ຊາດ​ໃນຂະ​ບວນການຫັນປ່ຽນ​ຂອງ​ບັນດາ​​ສູນ​ປຸງ​ແຕ່ງ, ຜະລິດ ​ແລະ ອາດ​ສາມາດ​ກາຍ​ເປັນ​ສູນ​ປຸງ​ແຕ່ງ, ຜະລິດ​ໃໝ່​ຂອງ​ໂລກ​ໃນ​ຮອບ 20 ປີ​ຈະ​ມາ​ເຖິງ. ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ບັນດາ​ຜູ້​ແທນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ “ຫວຽດນາມ ກາຍ​ເປັນສູນ​ປຸງ​ແຕ່ງ, ຜະລິດ​ໃໝ່​ຂອງ​ໂລກ​ພາຍຫລັງ​ປີ 2015” ​ໂດຍ​ທະນາຄານ​ແຫ່ງ​ລັດ​ສົມທົບ​ກັບ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ທະນາຄານ​ໂລກ​ປະຈຳ ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 24/10 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຢືນຢັນ​ວ່າ: ​ໃນ​ອະນາຄົດ, ພື້ນຖານ​ເສດຖະກິດ ຫວຽດນາມ ຈະ​ພັດທະນາ​ອີງ​ໃສ່​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ແລະ ທັກ​ສະ​ສູງ​ສຸມ​ໃສ່​ການໜູນ​ໃຊ້​ບັນດາ​ຄວາມ​ກ້າວໜ້າ​ຂອງວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ . ທ່ານ ຫງວຽນ​ວັນ​ບິ່ງ ຜູ້​ວ່າ​ການ​ທະນາຄານ​ແຫ່ງ​ລັດ ​ເນັ້ນ​ໜັກ​ວ່າ:

        “ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ ​ໄດ້​ ກຳນົດ​ວ່າ: 1 ​ໃນ​ບັນດາ​ເປົ້າໝາຍ​ສັງ​ລວມ ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ​ໄລຍະ 2016 – 2020 ​ແມ່ນ​ສືບ​ຕໍ່​ກໍ່ສ້າງ​ພື້ນຖານ ​ເພື່ອ​ນຳ​ປະ​ເທດ​ກາຍ​ເປັນ​ປະ​ເທດ​ອຸດສາ​ຫະກຳຕາມ​ທິດ​ທັນ​ສະ​ໄໝ. ຕາມ​ນັ້ນ​ແລ້ວ, ​ເລື່ອງ​ຍູ້​ແຮງ​ການສ້າງ​ໂຄງ​ປະກອບ​ອຸດສາຫະກຳ​ຄືນ​ໃໝ່ ​ເພື່ອສ້າງ​ພື້ນຖານ​​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ໄດ້​ຮັບ​ການ​ກຳນົດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ມາດ​ຕະການ​ແກ່ນສານ​ ເພື່ອປະຕິບັດການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່​ຕິ​ດພັນກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ, ຍົກ​ສູງ​ສະມັດ​ຕະພາບ​ຢ່າງ​ມີ​ປະສິດທິ​ຜົນ, ປະສິດທິພາບ​ການ​ແກ່ງ​ແຍ້​ງ.”

ຂ່າວ/ບົດ​ອື່ນ