ຫວຽດນາມຈະມີນັກກິລາ13 ຄົນເຂົ້າຮ່ວມOlympic2016

ຫວຽດນາມຈະມີນັກກິລາ13 ຄົນເຂົ້າຮ່ວມOlympic2016 - ảnh 1
ຄະນະນັກກິລາ ຫວຽດນາມ (ພາບ: QuangThang)

(vovworld) - ຕາມ​ຂ່າວ​ຈາກ​ກົມ​ໃຫຍ່​ກິລາ ຫວຽດນາມ: ນັກ​ກິລາ ຢີມນາສຕິກ ຟ້າ​ມ​ເຟືອ​ກຮຶງ ຈະ​ໄດ້​ເຂົ້າ​ຮ່ວມ Olympic 2016 ຢ່າງ​ເປັນ​ທາງ​ການ, ພາຍຫຼັງ​ໄດ້​ຜ່ານ​ຮອບ​ຄັດ​ເລືອກ​ຢູ່ ບຣາຊິນ. ​ເປັນ​ອັນວ່າ, ຫວຽດນາມ ​ມີ​ນັກ​ກິລາ 13 ຄົນຈະ​ເຂົ້າ​ຮ່ວມ Olympic 2016, ​ເຊິ່ງລວມມີ ນາງ ​ແອ໋ງວຽນ (ລອຍ​ນຳ້), ທ້າວ ​ເຈິ່ນກວົກ​ເກື​່ອງ, ຮ່ວາງ​ຊວນ​ວິ​ງ (ຍີ​ງປືນ), ນາງ ຫງວຽນ​ທິຍືຮວາ, ຫງວຽນ​ທິ​ເລ້​ຢຸງ, ທ້າວ ຫວູ​ແທ່ງ​ອານ (ຟັນດາບ), ຫງວຽນ​ແທ່ງ​ເງິ​ງ (​ແລ່ນ ​ແລະ ລານ), ນາງ ຫວູຮັ່ງ, ຫງວຽນ​ທິລົ້ວ (ມວຍ​ປ້ຳ), ຟ້າ​ມ​ເຟືອ​ກຮຶງ (ຢີມນາສຕິກ) ​ແລະ ນັກ​ກິລາ​ຍົກ​ນ້ຳໜັກ 3 ຄົນ​ອີກ. ງານ​ມະຫາ​ກຳ​ກິລາ Olympic 2016 ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 5-21/8 ຢູ່ ບຣາຊິນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ກິລາ​ດີ​ເດັ່ນ 13.000 ກ່ວາ​ຄົນທີ່​ມາ​ຈາກ 206 ປະ​ເທດ ​ແລະ ​ເຂດ​ແຄວ້ນ. ​ໃນ​ນັ້ນ​ຈະ​ແຂ່ງຂັນກິລາ 28 ປະ​ເພດ, ​ເຊິ່ງ​ປະກອບ​ດ້ວຍ 321ລາຍການ.

 

 

ຂ່າວ/ບົດ​ອື່ນ