ຫວຽດນາມຈະສືບຕໍ່ເປັນເຈົ້າການຕັ້ງໜ້າໃນວິວັດແຫ່ງການເຊື່ອມໂຍງທົ່ວໂລກ

ຫວຽດນາມຈະສືບຕໍ່ເປັນເຈົ້າການຕັ້ງໜ້າໃນວິວັດແຫ່ງການເຊື່ອມໂຍງທົ່ວໂລກ - ảnh 1
ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມີງ

(vovworld) –  ​ຫວຽດ​ນາມ ຈະ​ສ​ືບ​ຕໍ່​ຢືດ​ໝັ້ນ​ທິດ​ນຳ “ເປັນ​ເພື່ອນ​ມິດ​ກັບ​ທຸກໆ​ປະ​ເທດ”, ຫັນ​ການ​ພົວ​ພັນ​ເປັນຫຼາຍ​ຮູບຫຼາຍ​ແບບ, ຫຼາຍ​ຝ່າຍ​ບົນ​ພື້ນ​ຖານ​ເອ​ກະ​ລາດເປັນ​ເຈົ້າ​ຕົນ​ເອງ, ກຽມ​ພ້ອມ​ປະ​ເຊີນ​ໜ້າ​ກັບ​ທຸກ​ສິ່ງ​ທ້​າ​ທາຍ​ໃນ​ປີ 2017 ເພື່ອ​ຊຸກ​ຍູ້​ວິ​ວັດ​​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ນີ້​ແມ່ນ​ການຢັ້ງ​ຢືນ​ຂອງ​ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມີງ ເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ໃນ​ວັນ​ທີ 5/1. ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມີງ ໄດ້​ຊີ້​ແຈ້ງວ່າ: ປີ 2016, ອາດ​ສາ​ມາດ​ເອີ້ນ​ວ່າ​ແມ່ນ​ໄລ​ຍະທີ່ ຫວຽດ​ນາມ ສິ້ນ​ສຸດ​ການ​ສ້າງ​ການ​ພົວ​ພັນ​ໃນ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ທຸກໆ​ປະ​ເທດ​ສຳ​ຄັນ​ໃນ​ໂລກ. ປີ 2016, ກໍ່​ແມ່ນ​ປີ​ທີ່ ຫວຽດ​ນາມ ສາ​ມາດ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ຍຸດ​ທະ​ສາດ​ຢ່າງ​ລະ​ອຽດ:

        “ບັນ​ດາ​ການ​ນຳ​ປະ​ເທດ​ຕ່າງໆ​ຄື: ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ, ຝ​ຣັ່ງ, ຍີ່​ປຸ່ນ, ສ. ເກົາຫຼີ…ລ້ວນ​ແຕ່​ໄດ້​ມາ​ຢ້ຽມ​ຢາມ ຫວຽດ​ນາມ ແລະ ການ​ນຳ ຫວຽດ​ນາມ ກໍ່​ມີ​ກາ​ນ​ຢ້ຽມ​ຢາມ​ເຖິງ​ບັນ​ດາ​ປະ​ເທດນັ້ນ. ການ​ຢ້ຽມ​ຢາມ​ຄັ້ງ​ຕ່າງໆ​ໄດ​້​ເພີ່​ມ​ທະ​ວີ​ການ​ພົວ​ພັນ​ຂອງ​ພວກ​ເຮົາ​ກັບ​ບັນ​ດາ​ປະ​ເທດກໍ່​ຄື​ຊ່ວ​ຍ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ​ເພື່ອ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ນັ້ນ. ໃນ​ຂະ​ນະ​ນັ້ນ, ການ​ພົວ​ພັນ​ຂອງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ມີ​ຄວາມ​ຟົ​ດ​ຟື້ນ​ທີ່​ສຸດ. ປີ 2016 ມີ​ການ​ພົວ​ພັນ​ການ​ທູດຫຼາຍ​ຝ່າຍ​ສຳ​ຄັນ​ທີ່​ສຸດ”

        ປີ 2017, ຫວຽດ​ນາມ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ ເປັນ​ເຈົ້າ​ຕົນ​ເອງ, ເພື່ອ​ແນ​ໃສ່​ສ້າງ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ. ສຳ​ລັບ​ບັນ​ດາ​ການ​ຜັນ​ແປ​​ຍາກທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ​້າ​ໄດ້​ຢູ່​ໃນ​ພາກ​ພື້ນ ແລະ ຢູ່​ໃນ​ໂລກ, ຫວຽດ​ນາມ ຈະ​ມີ​ນະ​ໂຍ​ບາຍ​ຮັບ​ມື, ສະ​ແດງ​​ທ່າ​ທີ, ປະ​ຕິ​ບັດ​ນະ​ໂຍ​ບາຍ​ຢ່າງເໝາະ​ສົມ. ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມີງ ກໍ່​ໄດ້​ຊີ້​ແຈ້ງວ່າ:

        “ໃນ​ປີ 2017, ຈະ​ມີ​ການ​ປ່ຽນ​ແປງ​ສຳ​ລັບ​ການ​ເລືອກ​ຕັ້ງ, ກອງ​ປະ​ຊຸມ​ໃຫຍ່​​ພັກ​ຕ່າງໆແຫ່ງ​ຕ່າງໆ​ຢູ່​ບັນ​ດາ​ປະ​ເທດ. ທິດ​ນຳ​ຂອງ​ພວ​ກ​ເຮົາ, ຖ້າ​ຫາກ​ພວກ​ເຮົາ​ຍັງ​ຄົງ​ຢືດ​ໝັ້ນ​ແນວ​ທາງ “ເປັນ​ເພື່ອນ​ມິດ​ກັບ​ທຸກ​ໆ​ປະ​ເທດ”, ຫັນ​ການ​ພົວ​ພັນ​ເປັນ​ຫຼາຍ​ຮູບຫຼາຍ​ແບບ, ຫຼາຍ​ຝ່າຍ​ບົນ​ພື້ນ​ຖານ​ເອ​ກະ​ລາດ ເປັນ​ເຈົ້າ​ຕົນ​ເອງ​ຂອງ​ພວກ​ເຮົ​າ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ. ຈຸດ​ປະ​ສົງ​ແມ່ນ​ສ້າງ​ຜົນ​ປະ​ໂຫຍດ​ລວມ​ກັບ​ບັນ​ດາ​ປະ​ເທດ, ນັ້ນ​ແມ່​ນ​ຮັກ​ສາ​ສັນ​ຕິ​ພາ​ບ, ສະ​ຖຽນ​ລະ​ພາບ, ພິ​ເສດ​ແມ່ນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຂອງ​ພວກ​ເຮົາ. ພວກ​ເຮົາ​ຈະ​ສືບ​ຕໍ່​ສ້າງ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ໃນ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຮອບ​ດ້ານ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ, ພິ​ເສດ​ແມ່ນ​ບັ​ນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ບັນ​ດາ​ປະ​ເທດ​ໃຫຍ່​ສຳ​ຄັນ.”


ຂ່າວ/ບົດ​ອື່ນ