ຫວຽດນາມຈະເຂົ້າຮ່ວມໂຄງການດຳເນີນງານພັດທະນາພາຍຫຼັງປີ 2015 ຂອງສະຫະປະຊາຊາດ ຢ່າງຕັ້ງໜ້າ

ຫວຽດນາມຈະເຂົ້າຮ່ວມໂຄງການດຳເນີນງານພັດທະນາພາຍຫຼັງປີ 2015 ຂອງສະຫະປະຊາຊາດ ຢ່າງຕັ້ງໜ້າ - ảnh 1
(ທ່ານ​ເອກ​ອັກ​ຄະ​ລັດຖະທູດເລ​ຮວ່າຍ​ຈູງ)

(vovworld) - ທີ່​ສະຫະ​ປະຊາ​ຊາດ, ​ໃນ​ຂອບ​ເຂດ​ກອງປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ຊຸດ​ທີ 68, ຄະນະ​ກຳມະການ​ບັນດາ​ບັນຫາ​ເສດຖະກິດ ​ແລະ ການ​ເງິນ (ຄະນະ​ກຳມະການ 2) ຂອງ​ສະຫະ​ປະຊາ​ຊາດ ​ໄດ້​ປືດ​ວາລະ​ປຶກສາ​ຫາລື​ລວມ ​ໃນ​ລະຫວ່າງ​ວັນ​ທີ 9, 10 ​ແລະ 11 ຕຸລາ, ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ ທີ່​ນິວຢອກ, ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ເສດຖະກິດ, ການ​ເງິນ​ທົ່ວ​ໂລກ ​ແລະ ຍົກ​ອອກ​ບັນດາ​ມາດ​ຕະການ​ນຳ​ພື້ນຖານ​ເສດຖະກິດ​ໂລກ​ຫຼຸດ​ພົ້ນ​ອອກ​ຈາກ​ສະພາບ​ຫຍຸ້ງຍາກ​ທີ່​ແກ່ຍາວ​ມາ​ເປັນ​ເວລາ 2 – 3 ປີຜ່ານມາ. ຜູ້ຕາງ​ນ້າ​ບັນດາ​ປະ​ເທດ​ໄດ້​ຍົກ​ອອກ​ທັດສະນະ​ກ່ຽວ​ກັບການ​ສ້າງ​ໂຄງການ​ດຳ​ເນີນ​ງານ​ພັດທະນາ​ພາຍຫຼັງ​ປີ 2015, ​ເຊິ່ງ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດໝາຍ​ລວມຂອງ​ກອງປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ຊຸດ​ທີ 68.

   ກ່າວ​ຄຳ​ເຫັນ​ທີ່​ວາລະ​ປຶກສາ​ຫາລື, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮວ່າຍ​ຈູງ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ ​ໄດ້​ຊົມ​ເຊີຍບັນດາ​ວິວັດ​ການ​ທີ່​ພວມ​ດຳ​ເນີນ​ ​ເພື່ອ​ແນ​ໃສ່​ສ້າງ​ໂຄງການ​ດຳ​ເນີນ​ງານ​ພັດທະນາ​ພາຍຫຼັງ​ປີ 2015, ​ໃນ​ນັ້ນ​​​ເນັ້ນ​ໜັກ​ວ່າ ​ການ​ພັດທະນາ​ຢ່າງ​ໝັ້ນ​ຂົງ ​ແມ່ນ​ຈຸດ​ສຸມ​ຂອງ​ໂຄງການ​ດຳ​ເນີນ​ງານ​ຄັ້ງ​ນີ້, ພ້ອມ​ທັງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສ້າງ​ສະພາບ​ແວດ​ລ້ອມ​ດ້ານ​ການ​ຄ້າ, ການ​ເງິນ​ສາກົນ​ທີ່​ສະດວກສະບາຍ. ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຊີ້​ແຈ້ງວ່າ, ຫວຽດນາມ ​ແບ່ງປັນ​ທັດສະນະ​ຂອງ​ຫຼາຍ​ປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ພວມ​ພັດທະນາ ກ່ຽວ​ກັບ​ການ​ຮັບປະກັນ​ລັກສະນະ​ລະຫວ່າງ​ລັດຖະບານ ຂອງ​ວິວັດ​ການ​ສ້າງ​ໂຄງການ​ສຳ​ດຳ​ເນີນ​ງານ ພັດທະນາ​ພາຍຫຼັງ​ປີ 2015 ​ແລະ ບັນດາ​ຫຼັກການ​ສະ​ເໝີ​ພາບ, ​ແບ່ງປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ລວ​ມ.

ຂ່າວ/ບົດ​ອື່ນ