ຫວຽດນາມຍັງຄວບຄຸມໄພເງິນເຟີ້ເປັນຢ່າງດີ

ຫວຽດນາມຍັງຄວບຄຸມໄພເງິນເຟີ້ເປັນຢ່າງດີ - ảnh 1
(ພາບ​ປະ​ກອບ​ອີນ​ເຕ​ີ​ແນ​ັດ)

(vovworld) - ​​ວັນ​ທີ 23/04, ກົມ​ໃຫຍ່​ສະ​ຖິ​ຕິ ໄດ້​ປະ​ກາດ​ດັດ​ຊະ​ນີ​ລາ​ຄາໃຊ້​ສອຍ​ໃນ​ເດືອນ 04/2017. ຕາມນັ້ນ​ແລ້ວ, ​ດັດ​ຊະ​ນີ​ລາ​ຄາ​ໃຊ້​ສອຍໃນ​ເດືອນ 04 ບໍ່​ມີ​ການ​ປ່ຽນ​ແປງ​ເມື່ອ​ມ​ທຽບ​ໃສ່​ເດືອນ 03 ແລະ ເພີ່ມ​ຂຶ້ນ 4,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2016. ໃນ 11 ໝ​ວດ​ສິນ​ຄ້າ ແລະ ການ​ບໍ​ລິ​ການ​ຕົ້ນ​ຕໍ່, ມີ 7 ໝວດ​ມີ​ດັດ​ຊະ​ນີ​ລາ​ຄາ​ເພີ່ມຂຶ້ນ​ເມື່ອ​ທ​ຽບ​ໃສ່​ເດືອນ 03, ໃນ​ນັ້ນ​ມີ​ໝວດ​ຢາ ແລະ ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸດ​ເພີ່ມ​ຂຶ້ນ​ຫຼາຍກວ່າ​ໝູ່​ແມ່ນ 8,05%.  ໃນ​ບັນ​ດາ​ໝວດ​ສິນ​ຄ້າ ແລະ ການ​ບໍ​ລິ​ການ​ມີ​ດັດ​ຊະ​ນີ​ຫຼຸດ​ລາ​ຄາ, ໝວດ​ຄົມ​ມະ​ນາ​ຄົມ​ຫຼຸດ​​ລາ​ຄາ​ແຮງ​ທີ່​ສຸດ​ແມ່ນ 1,38%.  ຕາມ​ກົ​ມ​ໃຫຍ່​ສະ​ຖິ​ຕິ, ຄິດ​ສະ​ເລ່ຍ 4 ເດືອນ​ຜ່ານ​ມາ, ໄພ​ເງິນ​ເຟີ້​ໄດ້ເພີ່ມ​ຂຶ້ນ 1,62% ເມື່ອ​ທຽບ​ໃສ່​ລະ​ດັບ​ສະ​ເລ່ຍ​ຂອງໄລ​ຍະ​ດຽວ​ກັນ. ດ້ວຍລະ​ດັບ​​ເພີ່ມ​ດັດ​ຊະ​ນີ​ລາ​ຄາໃຊ້​ສອຍ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈ​ຸ​ບັນ, ທ່ານ ຫງວຽນບິ໋ກ​ເລີມ, ຫົວ​ໜ້າ​ກົມ​ສະ​ຖິ​ຕິ ຖື​ວ່າ, ໄພ​ເງິນ​ເຟີ້ ຍັງ​ໄດ້​ຮັບ​ການ​ຄວບ​ຄຸມ​​ໄວ້ເປັນ​ຢ່າງ​ດີ.

        “ພວກ​ຂ້າ​ພະ​ເຈົ້າ​ໄດ້​ມີແຜນ​ການ​ຈ​ະ​ເພີ່ມ​ຂຶ້ນ​ໃນ​ຊຸມ​ເດືອນ​ໃດ ແລະ ເພີ່ມ​ຄ່າ​ການ​ບໍ​ລິ​ການ​ໃດ. ຕົວ​ຢາ​ງ​ຄື​ເມື່ອ​ເພີ່​ມ​ລາ​ຄາ​ໄຟ​ຟ້າ, ພວກ​ຂ້າ​ພ​ະ​ເຈົ້າ​ມີ​ເຄື່ອງ​ມື​ເພື່ອ​ຄິດ​ໄລ່​ລະ​ອຽດ​ວ່າ​ຈະ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ CPI ຄື​ແນວ​ໃດ, ສົ່ງ​ຜົນ​ສະ​ທ້ອ​ນ​ເຖ​ິງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຄື​ແນວ​ໃດ… ຈາກນັ້ນ​ລາຍ​ງາ​ນ​ຕໍ່​ລັດ​ຖະ​ບານ​ເພື່ອ​ຊີ້​ນຳ​ບໍ​ລິ​ຫານ. ໃນ​ການ​ຄວບ​ຄຸມໄພ​ເງິ​ນ​ເຟີ້ປະ​ຈຸ​ບັນ​, ລັດ​ຖະ​ບານ​ໄດ້​ມີ​ການ​ຊີ້​ນຳ ແລະ ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ໄພ​ເງິ​ນ​ເຟີ້ ຍາມ​ໃດ​ກ​ໍ່​ໄດ້​ຮັບ​ການ​ຄອບ​ຄຸມ​ດ້ວຍ​ຄາດ​ໝາຍ​ເຊິ່ງ​ສະ​ພາ​ແຫ່ງ​ຊາດ​ໄດ້​ວາ​ງອອກ”.

ຕອບກັບ

ຂ່າວ/ບົດ​ອື່ນ