ຫວຽດນາມຍາມໃດກໍ່ມີຄວາມຮັບຜິດຊອບແລະປະກອບສ່ວນ ຢ່າງຕັ້ງໜ້າເຂົ້າອາຊຽນ

ຫວຽດນາມຍາມໃດກໍ່ມີຄວາມຮັບຜິດຊອບແລະປະກອບສ່ວນ ຢ່າງຕັ້ງໜ້າເຂົ້າອາຊຽນ - ảnh 1
(ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​
ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ)

(vovworld) - ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ ​ຫວຽດນາມ​ກາຍ​ເປັນ​ສະມາຊິກ​ອາ​ຊຽນ ຢ່າງ​ເປັນ​ທາງ​ການ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ຢືນຢັນ​ວ່າ, ຫວຽດນາມ ​ຍາມ​ໃດ​ກໍ່​ແມ່ນ​ສະມາຊິກ​ທີ່​ມີຄວາມຮັບຜິດຊອບ ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ອາ​ຊຽນ. ທ່ານ​ຖື​ວ່າ: 20 ປີຜ່ານມາ ​ໄດ້​ຂີດ​ໝາຍ​ບັນດາ​ບາດກ້າວ​ພັດທະນາ​ກະ​ໂດດ​ຂັ້ນ​ຂອງ​ຫວຽດນາມ​ ໃນ​ທຸກ​ຂົງ​ເຂດ ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ ສາກົນ. ສິ່ງ​ດັ່ງກ່າວ​ໄດ້​ປະກອບສ່ວນ​ບໍ່​ໜ້ອຍ​ ເຂົ້າ​ໃນ​ວິວັດ​ແຫ່ງ​ການ​ພັດທະນາ​ຢ່າງ​ໝັ້ນຄົງ, ຮັກສາລັກສະນະ​ເປັນ​ເອກະ​ພາບ​ໃນ​ຫຼາຍ​ຮູບ​ຫຼາຍ​ແບບ​ຂອງ​ອາ​ຊຽນ, ພ້ອມ​ທັງ​ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ຫວຽດນາມ ​ເພື່ອ​ສາມາດ​ຜ່ານ​ຜ່າ​ການ​ທ້າ​ທາຍ​ຕ່າງໆ​ໃນ​ອະນາຄົດ.

“ກ່ອນ​ນີ້ 20 ປີ ຫວຽດນາມ ​ຕົກລົງ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ. ນີ້​ແມ່ນ​ການ​ຕົກລົງ​ຢ່າງ​ຖືກຕ້ອງ ​ແລະ​ ສະຫຼາດ​ສະຫຼຽວ​ຂອງ​ພັກ, ລັດ. ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ສ້າງ​ສະພາບ​ແວດ​ລ້ອມ​​ແຫ່ງສັນຕິພາບ, ສະຖຽນລະ​ພາບ ​ເພື່ອ​ໃຫ້​ປະ​ເທດ​ພວກ​ເຮົາ​ພັດທະນາ​ໃນ 20 ປີຜ່ານມາ. ນີ້​ກໍ່​ແມ່ນ​ແຜນ​ນະ​ໂຍບາຍ​ປະຕິບັດ​ແນວທາງ​ຂອງ​ຫວຽດນາມ ແມ່ນ​ຫັນ​ເປັນ​ຫຼາຍ​ຝ່າຍ, ຫຼາຍ​ຮູບ​ຫຼາຍ​ແບບ. ນີ້​ກໍ່​ແມ່ນ​ແຜນ​ນະ​ໂຍບາຍ​ທຳ​ອິດ​ທີ່​ຫວຽດນາມ ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ອາດ​ເວົ້າ​ໄດ້​ວ່າ​ ນີ້​ແມ່ນ​ຂໍ້​ຕົກລົງ​ທີ່​ໄດ້​ໄຂ​ຈີນ​ຕະນາ​ການ​ພົວພັນ​ຕ່າງປະ​ເທດ​ໃນ​ການ​ເຊື່ອມ​ໂຍງ​ກັບ​ສາກົນ“.

ທ່ານຮອງ​ນາຍົກລັດຖະມົນຕີ, ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ ຟ້າ​ມບິ່ງ​ມິ​ງຖື​ວ່າ, ທ້າຍ​ປີ​ນີ້, ​ເມື່ອ​ປະຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ຫວຽດນາມ ຕ້ອງ​ຕັ້ງໜ້າ​ກວ່າ​ອີກ, ປະກອບສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ອາ​ຊຽນ ​ເພື່ອ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ