ຫວຽດນາມຍາມໃດກໍສ້າງເງື່ອນໄຂຊຸກຍູ້ດ້ານການຄ້າ ແລະ ການລົງທຶນກັບແບນຊິກ

(VOVWORLD) -ລັດຖະບານຫວຽດນາມສະໜັບສະໜູນ ແລະ ສືບຕໍ່ປັບປຸງສະພາບແວດລ້ອມດຳເນີນທຸລະກິດ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ແລະ ນັກລົງທຶນແບນຊິກ ແລະ ເຂດ Flanders ເຂົ້າມາຫວຽດນາມ

ຫວຽດນາມຍາມໃດກໍສ້າງເງື່ອນໄຂຊຸກຍູ້ດ້ານການຄ້າ ແລະ ການລົງທຶນກັບແບນຊິກ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານຜູ້ວ່າການເຂດ Flanders ລາຊະອານາຈັກແບນຊິກ Geert Bourgeois

(ພາບ: Quang Hieu/VGP)

ທີ່ການຕ້ອນຮັບທ່ານຜູ້ວ່າການເຂດ Flanders (ລາຊະອານາຈັກແບນຊິກ) Geert Bourgeois, ວັນທີ 14 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ມີຄວາມເຊື່ອໝັ້ນວ່າ ພາຍຫຼັງການຢ້ຽມຢາມຂອງທ່ານຜູ້ວ່າການ Geert Bourgeois ພ້ອມກັບ ວິສາຫະກິດແບນຊິກ 80 ແຫ່ງ, ການພົວພັນລະຫວ່າງສອງປະເທດ ແລະເຂດ Flanders ກັບຫວຽດນາມຈະພັດທະນາຢ່າງແຮງກວ່າ, ໂດຍສະເພາະແມ່ນດ້ານການສຶກສາ, ວິທະຍາສາດ ແລະ ເຕັກໂນໂລຢີ.

        ທ່ານນາຍົກລັດຖະມູນຕີແຈ້ງໃຫ້ຊາບວ່າ ວິສາຫະກິດຫວຽດນາມມີຄວາມປາດຖະໜາຢາກຮ່ວມມືກັບບັນດາວິສາຫະກິດຂອງແບນຊິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ລັດຖະບານຫວຽດນາມສົ່ງເສີມໃຫ້ປະຊາຊົນ ແລະ ວິສາຫະກິດຫວຽດນາມ ເພີ່ມທະວີການຮ່ວມມືດຳເນີນທຸລະກິດກັບບັນດາວິສາຫະກິດເອີຣົບ, ໃນນັ້ນມີລາຊະອານາຈັກແບນຊິກ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານຫວຽດນາມສະໜັບສະໜູນ ແລະ ສືບຕໍ່ປັບປຸງສະພາບແວດລ້ອມດຳເນີນທຸລະກິດ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ແລະ ນັກລົງທຶນແບນຊິກ ແລະ ເຂດ Flanders ເຂົ້າມາຫວຽດນາມ.

        ສ່ວນທ່ານ Geert Bourgeois ກໍໄດ້ສະແດງທັດສະນະສະໜັບສະໜູນເລື່ອງ ໃຫ້ສັດຕະຍາບັນ  ສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA )ກັບຫວຽດນາມ; ຖືວ່າ ເລື່ອງລົງນາມໃນສັນຍາດັ່ງກ່າວນັ້ນ ຈະສ້າງແຫຼ່ງກຳລັງໜູນຢ່າງແຮງ ເພື່ອຊຸກຍູ້ການຮ່ວມມືເສດຖະກິດ-ການຄ້າລະຫວ່າງຫວຽດນາມກັບບັນດາປະເທດສະມາຊິກສະຫະພາບເອີຣົບ.


ຕອບກັບ

ຂ່າວ/ບົດ​ອື່ນ