ຫວຽດນາມຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ແລະເຊື່ອມໂຍງກັບສາກົນ

ຫວຽດນາມຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ແລະເຊື່ອມໂຍງກັບສາກົນ - ảnh 1
ກອງ​ປະຊຸມສະຫຼຸບ​ວຽກ​ງານ 6 ​ເດືອນ​ຕົ້ນ​ປີ ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່
6 ​ເດືອນ​ທ້າຍ​ປີ​ຂອງ​ຄະນະ​ເສດຖະກິດ​ສູນ​ກາງ
(ພາບ: vanhieu)

(vovworld) - ຫວຽດນາມ​ ຍູ້​ແຮງ​ການສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ພັດທະນາ​ວິ​ສາ​ຫະກິດ​ ແລະ ​ເຊື່ອມ​ໂຍງ​ກັບສາກົນ ນີ້​ແມ່ນຂໍ້​ມູນ​ຂ່າວ​ໄດ້​ຍົກ​ອອກ​ທີ່​ກອງ​ປະຊຸມສະຫຼຸບ​ວຽກ​ງານ 6 ​ເດືອນ​ຕົ້ນ​ປີ ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່ 6 ​ເດືອນ​ທ້າຍ​ປີ​ຂອງ​ຄະນະ​ເສດຖະກິດ​ສູນ​ກາງ, ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 28/7, ຢູ່​ຮ່າ​ໂນ້ຍ,​ ທ່ານຫົວໜ້າ​ຄະນະ​ເສດຖະກິດ​ສູນ​ກາງ ​ເວື​ອງດິ່ງ​​ເຮ້ວ ​ເນັ້ນ​ໜັກ​ວ່າ: ​ແຕ່​ປະຈຸ​ບັນ​ຮອດ​ທ້າຍ​ປີ, ຄະນະ​ເສດຖະກິດ​ສູນ​ກາງ ຈະ​ສຸມ​ໃສ່​​ເຂົ້າ​ວຽກ​ງານ​ເຂົ້າຮ່ວມ​ປະກອບ​ຄວາມ​ເຫັນ​ ຍື່ນສະ​ເໜີ​ແຜນ​ນະ​ໂຍບາຍ​, ນະ​ໂຍບານ​ປ່ຽນ​ໃໝ່, ພັດທະນາ ​ແລະ ຍົກ​ສູງ​ປະສິດທິ​ຜົນ​​ບັນດາ​ຮູບ​ແບບ​ວິ​ສາ​ຫະກິດ ​ແລະ ດຳ​ເນີນ​ທຸລະ​ກິດ​ໃນ​ວິວັດ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່ໂດຍ​ໄວ. ພ້ອມ​ທັງ, ກຳນົດ​ທິດ​ລະດົມ ​ແລະ ຍົກ​ສູງ​ປະສິດທິ​ຜົນການ​ນຳ​ໃຊ້​ບັນດາ​ແຫຼ່ງທຶນ​ໜູນ​ຊ່ວຍ​ພັດທະນາ (ODA) ຮັບ​ໃຊ້​ການພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ 2016 – 2020 ​ແລະ ຊຸມ​ປີ​ຕໍ່​ໄປ; ​ແບບວິທີ​​ສິ້ນ​ສຸດ​ການ​ເຈລະຈາສັນຍາ​ຄູ່​ຮ່ວມມື​ຂ້າມ​ປາຊີ​ຟີ​ກ (TPP)  ​ແລະ ມາດ​ຕະການ​ກຳນົດ​ທິດ​ໃຫ້​ບັນດາ​ວິ​ສາ​ຫະກິດ, ຕະຫລາດ​ ຫວຽດນາມ ​ເມື່ອ​ເຂົ້າ​ຮ່ວມ TPP, ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ໃນ​ທ້າ​ນປີ 2015.

ຂ່າວ/ບົດ​ອື່ນ