ຫວຽດນາມດໍາເນີນການສົນທະນາດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ກັບ ອີຢູ ແລະ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການກໍາລັງປ້ອງກັນຊາດ ອີຢູ

(VOVWORLD) - ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານ ພົນໂທ ຫງວຽນຈີີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນໍາໜ້າ ແລະ ເປັນປະທານຮ່ວມກອງປະຊຸມປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ລະຫວ່າງ ຫວຽດນາມ - ສະຫະພາບເອີຣົບ (ອີຢູ) ຄັ້ງທີ 1 ແລະ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການກໍາລັງປ້ອງກັນຊາດ ອີຢູ ຢູ່ ບຣຸກແຊນ, ປະເທດແບນຊິກ ໃນລະຫວ່າງວັນທີ 19 – 24 ພະຈິກ 2019.
ຫວຽດນາມດໍາເນີນການສົນທະນາດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ກັບ ອີຢູ ແລະ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການກໍາລັງປ້ອງກັນຊາດ ອີຢູ - ảnh 1ບັນດາຜູ້ແທນທີ່ກອງປະຊຸມຜູ້ບັນຊາການກໍາລັງປ້ອງກັນຊາດ ອີຢູ

(ພາບ: Vietnam+)

        ໃນກອງປະຊຸມປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ລະຫວ່າງຫວຽດນາມ - ອີຢູ, ສອງຝ່າຍໄດ້ປຶກສາຫາລືບັນດາມາດຕະການຊຸກຍູ້ການຮ່ວມມື ແລະ ຜັນຂະຫຍາຍສັນຍາລະຫວ່າງລັດຖະບານຫວຽດນາມ ແລະ ອີຢູ ກ່ຽວກັບການສ້າງຕັ້ງຂອບເຂດການຮ່ວມມືຂອງຫວຽດນາມ ໃນບັນດາການເຄື່ອນໄຫວຄຸ້ມຄອງວິກິດການ ຂອງ ອີຢູ (ສັນຍາ FPA) ທີ່ໄດ້ລົງນາມກັນໃນເດືອນ ຕຸລາ 2019 ຢ່າງມີປະສິດທິຜົນ, ແລກປ່ຽນກ່ຽວກັບບັນດາແງ່ຫວັງເມື່ອຫວຽດນາມເຂົ້າຮ່ວມບັນດາການເຄື່ອນໄຫວຄຸ້ມຄອງວິກິດການຂອງ ອີຢູ, ເໝາະສົມກັບກໍາລັງຄວາມສາມາດ ແລະ ຄວາມຕ້ອງການຂອງ ຫວຽດນາມ. ອີຢູ ກໍຢັ້ງຢືນທັດສະນະສະໜັບສະໜູນສິດເສລີ, ຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນເຮືອ, ການບິນ ຢູ່ ທະເລຕາເວັນອອກ ແລະ ໃຫ້ຮູ້ວ່າ ອີຢູ ຕີລາຄາສູງທີ່ຕັ້ງບົດບາດຂອງຫວຽດນາມ ໃນພາກພື້ນ ອາຊີ - ປາຊີຟິກ ເພື່ອສັນຕິພາບ, ສະຖຽນລະພາບລວມຂອງແຕ່ລະພາກພື້ນ ແລະ ໃນໂລກ.

        ກ່ອນໜ້ານັ້ນ, ກ່າວຄໍາເຫັນທີ່ກອງປະຊຸມຜູ້ບັນຊາການກໍາລັງປ້ອງກັນຊາດ ອີຢູ ທີ່ດໍາເນີນໃນວັນທີ 21 ພະຈິກ, ທ່ານພົນໂທ ຫງວຽນຈີ໊ວິ້ງ ສະແດງຄວາມເອົາໃຈໃສ່ຂອງຫວຽດນາມ ຕໍ່ບັນດາໜ້າທີ່ຝຶກແອບ, ບໍາລຸງສ້າງຂອງ ອີຢູ ຢູ່ບັນດາປະເທດ ອາຟະລິກາ; ຢັ້ງຢືນເຈດຕະນາດີຢາກຮ່ວມມືກັບ ອີຢູ ດ້ວຍຖານະເປັນຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບຂອງ ອີຢູໃນພື້ນຖານການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ, ພິເສດແມ່ນພາຍຫຼັງຫວຽດນາມ ແລະ ອີຢູ ໄດ້ລົງນາມໃນສັນຍາ FPA.


ຕອບກັບ

ຂ່າວ/ບົດ​ອື່ນ