ຫວຽດນາມຕັ້ງໜ້າປະກອບສ່ວນເຂົ້າໃນການປັບປຸງແລະພັດທະນາປະຊາຄົມໃຊ້ພາສາຝະລັ່ງ

ຫວຽດນາມຕັ້ງໜ້າປະກອບສ່ວນເຂົ້າໃນການປັບປຸງແລະພັດທະນາປະຊາຄົມໃຊ້ພາສາຝະລັ່ງ - ảnh 1
(ພາບປະກອບ)

(vovworld) - ​ໃນ​ວັນ​ທີ 25/11 ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ບັນດາ​ປະ​ເທດ​ນຳ​ໃຊ້​ພາສາ ຝະລັ​່ງ ຄັ້ງ​ທີ 16 ​ຊຶ່ງ​ໄດ້​ຈັດ​ຕັ້ງ​ຢູ່ Antananarivo Madagascar ​ໃນ​ລະຫວ່າງ​ວັນ​ທີ 26- 27/11/2016. ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ສະພາບ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ປະຊາ​ຄົມ​ໃຊ້​ພາສາ ຝະລັ່ງ ພວມ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ.

        ​ໃນ​ໄລຍະ​ຜ່ານ​ມາ ຫວຽດນາມ ຍາມ​ໃດ​ກໍ່​ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ພັດທະນາ​ປະຊາ​ຄົມ​​ໃຊ້​ພາສາ ຝະລັ່ງ ຕາມ​ທິດ: ປົກ​ປັກ​ຮັກສາ ​ແລະ ​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກຄີ​ປະຊາ​ຄົມ​ໃຊ້​ພາສາ ຝະລັ່ງ - ມູນ​ເຊື້ອ​ອັນ​ລ້ຳ​ຄ່າ​ຂອງ​ປະຊາ​ຄົມ, ຮັບປະກັນ​ບັນດາ​ທິດ​ທາງ​ພັດທະນາ​ພື້ນຖານ​ຂອງ​ປະຊາ​ຄົມ​ໃນ​ຂົງ​ເຂດ​ດ້ານ​ການ​ເມືອງ, ວັດທະນະທຳ ​ແລະ ​ເສດຖະກິດ​ຢ່າງ​ກົມ​ກຽວ. ຫວຽດນາມ ມີ​ແຜນ​ນະ​ໂຍບາຍ​​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ຢ່າງຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ​ເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ປະຊາ​ຄົມ​ໃຊ້​ພາສາ ຝະລັ່ງ.

        ​ເນື່ອງ​ໃນ​ໂອ​ກາດ ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ບັນດາ​ປະ​ເທດ​ໃຊ້​ພາສາ ຝະລັ່ງ ຄັ້ງ​ທີ 16, VOV ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ: “​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ກັບ​ປະຊາ​ຄົມ​ໃຊ້​ພາສາ ຝະລັ່ງ” ​ເຊີນ​ທ່ານ​ຕິດຕາມ​ຮັບຟັງ.

ຂ່າວ/ບົດ​ອື່ນ