ຫວຽດນາມຕັ້ງໜ້າເຂົ້າຮ່ວມຂໍ້ຕົກລົງ GCM

(VOVWORLD) -ກອງປະຊຸມໄດ້ສະຫງວນເວລາສ່ວນຫຼາຍເພື່ອແນະນຳບັນດາເນື້ອໃນຂອງຂໍ້ຕົກລົງ GCM, ແລກປ່ຽນກ່ຽວກັບວຽກງານປ້ອງກັນ, ຕ້ານການຄ້າມະນຸດຈາກຝ່າຍຫວຽດນາມ

ຫວຽດນາມຕັ້ງໜ້າເຂົ້າຮ່ວມຂໍ້ຕົກລົງ GCM - ảnh 1ທ່ານ ຫວູຫວຽດແອັງ, ຫົວໜ້າກົມກົງສູນ, ກະຊວງການຕ່າງປະເທດຫວຽດນາມ

(ພາບ: TTXVN)

ວັນທີ 27 ກັນຍາ, ຢູ່ນະຄອນດ່າລາດ, ແຂວງເລິມດົ່ງ, ຫວຽດນາມ, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບອົງການອົບພະຍົບສາກົນ (IOM) ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງທົ່ວໂລກວ່າດ້ວຍການອົບພະຍົບຖືກຕ້ອງຕາມກົດໝາຍ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ (ເອີ້ນຫຍໍ້ວ່າຂໍ້ຕົກລົງ GCM) ຢູ່ເຂດພາກກາງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວູຫວຽດແອັງ, ຫົວໜ້າກົມກົງສູນ, ກະຊວງການຕ່າງປະເທດຫວຽດນາມ ຖືວ່າ, ໃນສະພາບຈຳນວນພົນລະເມືອງຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ ກໍຄືຊາວຕ່າງປະເທດມາດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ ຫວຽດນາມ ນັບມື້ນັບຫຼາຍຂຶ້ນ, ເລື່ອງຫວຽດນາມ ເພີ່ມທະວີການເຂົ້າຮ່ວມ, ຜັນຂະຫຍາຍບັນດາຄຳໝັ້ນສັນຍາສາກົນເໝາະສົມກັບກົດໝາຍສາກົນ ແລະ ເງື່ອນໄຂຂອງຕົນແມ່ນສິ່ງທີ່ຈຳເປັນ ເພື່ອປະຕິບັດແຜນນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍໃນການຄຸ້ມຄອງການອົບພະຍົບ, ປົກປ້ອງສິດຂອງຜູ້ອົບພະຍົບ.

        ກອງປະຊຸມໄດ້ສະຫງວນເວລາສ່ວນຫຼາຍເພື່ອແນະນຳບັນດາເນື້ອໃນຂອງຂໍ້ຕົກລົງ GCM, ແລກປ່ຽນກ່ຽວກັບວຽກງານປ້ອງກັນ, ຕ້ານການຄ້າມະນຸດຈາກຝ່າຍຫວຽດນາມ ແລະ ບັນດາມາດຕະການຕໍ່ສູ້, ໂຄສະນາໃຫ້ຕ່າງປະເທດ; ບັນດາເປົ້າໝາຍຂອງຂໍ້ຕົກລົງ GCM ແລະ ການຜັນຂະຫຍາຍໃນລະດັບທົ່ວໂລກ; ປະສານສົມທົບລະຫວ່າງການອົບພະຍົບ ກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ