ຫວຽດນາມຕັດສິນໃຈປະຕິບັດຕາມສະພາບແວດລ້ອມດ້ານການຄ້າ ແລະ ການລົງທຶນເປີດ

(VOVWORLD) -ກອງປະຊຸມສຳມະນາຂັ້ນສູງກ່ຽວກັບສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ ແລະ ຫວຽດນາມ (EVFTA) ໄດ້ດຳເນີນໃນຕອນຄ່ຳວັນທີ 18 ກັນຍາ, ຢູ່ບຣຸກແຊນ, ປະເທດແບນຊິກ, ໂດຍມີການເຂົ້າຮ່ວມຂອງນັກຊ່ຽວຊານ, ວິສາຫະກິດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງເອີລົບ ແລະ ຫວຽດນາມ ເກືອບ 100 ຄົນ.

ຫວຽດນາມຕັດສິນໃຈປະຕິບັດຕາມສະພາບແວດລ້ອມດ້ານການຄ້າ ແລະ ການລົງທຶນເປີດ - ảnh 1 ຫວຽດນາມ ຕັດສິນໃຈສ້າງສະພາບແວດລ້ອມດ້ານການຄ້າ, ການລົງທຶນເປີດ

(ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ເຈິ່ນກວັກແຄ໋ງ, ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ໃຫ້ຮູ້ວ່າ, ຫວຽດນາມ ຕັດສິນໃຈສ້າງສະພາບແວດລ້ອມດ້ານການຄ້າ, ການລົງທຶນເປີດ ແລະ ຊົມເຊີຍບັນດານັກລົງທຶນຕ່າງປະເທດ, ບັນດານັກທຸລະກິດເອີລົບ ທີ່ມາທຳມາຄ້າຂາຍ, ດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານຮອງລັດຖະມົນຕີ ເຈິ່ນກວັກແຂ໋ງ ເນັ້ນໜັກວ່າ, ລັດຖະບານຫວຽດນາມ ພວມກະກຽມໃຫ້ແຜນການປະຕິບັດ EVFTA ແລະ ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບ EU ໃນເສັ້ນທາງຫັນການຄ້າເປັນເສລີ ເພື່ອຜົນປະໂຫຍດລວມ, ພ້ອມທັງຢືນຢັນວ່າ, EU ແມ່ນຄູ່ຄ້າໃຫຍ່ ແລະ ມີຄວາມໄວ້ເນື້ອເຊື່ອໃຈຂອງຫວຽດນາມ.

        ສ່ວນທ່ານ Peter Berz, ຜູ້ຮັບຜິດຊອບການພົວພັນດ້ານການຄ້າລະຫວ່າງ EU ກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ຂຶ້ນກັບຄະນະກຳມະການເອີລົບ ໄດ້ຕີລາຄາວ່າ, ສັນຍາອາລັກຂາການລົງທຶນ ແລະ ສັນຍາການຄ້າສະບັບໃໝ່ລະຫວ່າງຫວຽດນາມ ແລະ  EU, ເມື່ອໄດ້ຮັບການລົງນາມ ແລະ ນຳເຂົ້າປະຕິບັດ, ຈະກາຍເປັນແບບຢ່າງໃຫ້ແກ່ບັນດາສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ບັນດາຄູ່ຮ່ວມມືໃນອະນາຄົດ.

        ທີ່ກອງປະຊຸມສຳມະນາ, ນັກປາຖະກະຖາຫຼາຍທ່ານ ປາດຖະໜາວ່າ, ສັນຍາດັ່ງກ່າວຈະໄດ້ຮັບການລົງນາມ, ໃຫ້ສັດຕະຍາບັນ ແລະ ປະຕິບັດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ