ຫວຽດນາມຕີລາຄາສູງທັດສະນະແລະບົດບາດຂອງລັດເຊຍຢູ່ອາຊີ-ປາຊີຟິກນັບມື້ນັບເພີ່ມຂຶ້ນ

ຫວຽດນາມຕີລາຄາສູງທັດສະນະແລະບົດບາດຂອງລັດເຊຍຢູ່ອາຊີ-ປາຊີຟິກນັບມື້ນັບເພີ່ມຂຶ້ນ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ
(ພາບ: quochoi)

(vovworld) - ວັນ​ທີ 23/05 ສຳນັກ​ຂ່າວສານ TASS (ສະຫະພັນ ລັດ​ເຊຍ) ​ໄດ້​ລົງ​ພິມ​ເນື້ອ​ໃນ​ການ​ສຳພາດ​ຂອງທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ຕໍ່​ສຳນັກ​ຂ່າວສານ​ນີ້. ​ໃນ​ການ​ຕອບສຳ​ພາດ​ເປັນ​ຄັ້ງ​ທຳ​ອິດ​ຕໍ່​ສື່​ມວນ​ຊົນ​ຕ່າງປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢືນຢັນ​ວ່າ: ອາຊີ - ປາຊີ​ຟິກ ​ແມ່ນ​ໃຈກາງ​ພັດທະນາທີ່​ຂະຫຍັນ​ຂັນ​ເຄື່ອນ, ມີ​ທີ່​ຕັ້ງ​ພູມ​ສາດ​ດ້ານເສດຖະກິດ - ການ​ເມືອງ, ຍຸດ​ທະ​ສາດ​ນັບ​ມື້​ນັບ​ສຳຄັນ​ໃນ​ໂລກ. ທ່ານປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຕີ​ລາຄາ​ສູງ​ທີ່​ຕັ້ງ ​ແລະ ບົດບາດ​​ຂອງ ລັດ​ເຊຍ ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ ນັບ​ມື້​ນັບ​ເພີ່ມ​ຂຶ້ນ ກໍ່​ຄື​ບັນດາ​ການ​ປະກອບສ່ວນ​ຂອງ​ ລັດ​ເຊຍ ຢູ່ APEC ​ໃນ​ການ​ກໍ່ສ້າງ​ໂຄງ​ປະກອບ​ພາກ​ພື້ນ​ໃຫ້​ໝັ້ນຄົງ. ທ່ານ​ປະທານ​ປະ​ເທດ ຫວັງ​ວ່າ ລັດ​ເຊຍ ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ມະຫາ​ອຳນາດ ​ແລະ ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ສ້າງ​ໂຄງ​ປະກອບ​ພາກ​ພື້ນ ​ໂດຍ​ຜ່ານ​ການ​ເຂົ້າ​ຮ່ວມ​​ບັນດາ​ກົນ​ໄກ​ຮ່ວມ​ມື ອາ​ຊຽນ - ລັ​ດເຊຍຢ່າງ​ຕັ້ງໜ້າ, ໜູນ​ຊ່ວຍ ອາ​ຊຽນ ​ເພີ່ມ​ທະວີ​ບົດບາດ ​ແລະ ​ປະສິດທິ​ຜົ​ນການ​ເຄື່ອນ​ໄຫ​ວຂອງ​ບັນດາ​ກົນ​ໄກ​​ເຈລະຈາ ກໍ່​ຄື​ບັນດາ​ຂອບ​ເຂດ​ກົດໝາຍສາກົນ, ມີ​ສຽງ​ເວົ້າ ​ແລະ ມີບົດບາດ​ຕັ້ງໜ້າ​ກ່ວາ​ ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ພາກ​ພື້ນ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຢືນຢັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ດ້ວຍຖານະເປັນ​ສະມາຊິກ ອາ​ຊຽນ, ​ທັງ​ເປັນ​ຄູ່​ຮ່ວມ​ມື​ດ​້ານຍຸດ​ທະ​ສາດ​ຮອບດ້ານ​ຂອງ ລັດ​ເຊຍ, ຫວຽດນາມ ພ້ອມ​ແລ້ວທີ່ຈະ​ເປັນ​ຂົວ​ເຊື່ອ​ມຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ ​ແລະ ລັດ​ເຊຍ ຢ່າງ​ມີ​ປະສິດທິ​ຜົນ ​​ແລະ ຮອບດ້ານ, ຜ່ານ​ນັ້ນ ຍົກ​ສູງ​ບົດບາດ​ຂອງ ຫວຽດນາມ ​ແລະ ລັດ​ເຊຍ ຢູ່​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ກໍ່​ຄື ອາຊີ - ປາຊີ​ຟິກ ກ່ວາ​ອີກ, ປະກອບສ່ວນ​ຢ່າງຕັ້ງໜ້າ​ໃຫ້​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ, ການພັດທະນາ ​ແລະ ຄວາມວັດທະນາ​ຖາວອນ​ໃນ​​ໂລກ.

ຂ່າວ/ບົດ​ອື່ນ