ຫວຽດນາມຕອບສະຫນອງວັນສິ່ງແວດລ້ອມໂລກ5/6/2017

(VOVWORLD) -ຕອນເຊົ້າວັນທີ 30/5, ຢູ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈັດຕັ້ງງານຊຸມນຸມມິດຕິງ ຕອບສະຫນອງວັນສິ່ງແວດລ້ອມໂລກ 5/6/2017.
ຫວຽດນາມຕອບສະຫນອງວັນສິ່ງແວດລ້ອມໂລກ5/6/2017 - ảnh 1ຜູ້ແທນເຂົ້າຮ່ວມງານໂຮມຊຸມນຸມມິດຕິງ

ກ່າວຄຳເຫັນນະພິທີ, ທ່ານ ເລບາຈີງ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໃຫ້ຮູ້ວ່າ:

“ເພື່ອຕອບສະຫນອງວັນສິ່ງແວດລ້ອມໂລກປີ 2017 ພ້ອມທັງແບ່ງປັນສືບທອດຄຳຮຽກຮ້ອງປົກປັກຮັກສາຫນ່ວຍໂລກ, ຮັກສາການພົວພັນຢ່າງກົມກຽວ ແລະ ໝັ້ນຄົງ ລະຫວ່າງມະນຸດກັບທຳມະຊາດ ພ້ອມທັງປຸກລະດົມ ແລະຈັດຕັ້ງບັນດາການເຄື່ອນໄຫວຕອບສະຫນອງວັນສິ່ງແວດລ້ອມໂລກຢ່າງມີປະສິດທິຜົນ, ມີລັກສະນະແຜ່ຂະຫຍາຍສູງ, ລະດົມການເຂົ້າຮ່ວມໂດຍກົງ ແລະ ມີຜົນປະໂຫຍດແທດຈິງໃຫ້ແກ່ວົງຄະນາຍາດ, ຍົກສູງບົດບາດຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາສັງຄົມຂອງບັນດາອົງການຈັດຕັ້ງການເມືອງສັງຄົມ, ວົງຄະນາຍາດຊຸມຊົນ.”

ຕອບກັບ

ຂ່າວ/ບົດ​ອື່ນ