ຫວຽດນາມຕອບສະໜອງວັດໂລກບໍ່ມີຢາສູບ 2012

ຫວຽດນາມຕອບສະໜອງວັດໂລກບໍ່ມີຢາສູບ 2012 - ảnh 1
( ພາບປະກອບ )

( vovworld ) -   ຕອນ​ເຊົ້າ​ວັນ​ທີ 22/5, ຢູ່​ຮ່າ​ໂນ້ຍ, ອົງການ​ອະນາ​ໄມ​ໂລກ, ກະຊວງ​ສາທາລະນະ​ສຸກ ​ແລະ ສູນ​ກາງ​ຄະນະ​ຊາວ​ໜຸ່ມກອມ​ມູນິດ​ໂຮ່ຈິ​ມິນ ​ໄດ້​ຈັດການ​ປະຊຸມ​ຂ່າວ​ຕອບສະ​ໜອງ​ສັບປະ​ດາ​ແຫ່ງ​ຊາດ​ບໍ່​ມີ​ຢາສູບ​ ນັບແຕ່​ວັນ​ທີ 22 - 31/5/2012 ​ແລະ ​ໂຄສະນາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ຜົນ​ຮ້າຍ​ຈາກຢາສູບ. ຫົວ​ຂໍ້​ຂອງວັດ​ໂລກ​ບໍ່​ມີ​ຢາສູບປີ 2012 ​ແມ່ນ “ ການ​ແຊກ​ແຊງ​ຂອງ​ຂະ​ແໜງ​ອຸດສາຫະກຳ​ຢາສູບ​ທີ່​ມີ​ຕໍ່​ນະ​ໂຍບາຍ​ປ້ອງ​ກັນ ​ແລະ ຕ້ານ​ຜົນ​ຮ້າຍ​ຈາກ​ຢາສູບ ”. ທີ່​ການ​ປະ​ຊຸນ​ຂ່າວ, ຜູ້ຕາງໜ້າ​ກະຊວງ​ສາທາລະນະ​ສຸກ​ໃຫ້​ຮູ້​ວ່າ ​ໃນ​ແຕ່ລະ​ປີ​ຢາສູບ​ໄດ້​​ເຮັດ​ໃຫ້ 4​0.000 ຄົນ​ເສຍ​ຊີວິດ ​ແລະ ຄາດ​ວ່າ​ຕົວ​ເລກ​ນີ້​ຈະ​ເພີ່ມ​ຂຶ້ນ 70.000 ຄົນ​ໃນ​ປີ 2030. ນອກຈາກ​ນັ້ນ, ມີ 2/3 ຈຳນວນຜູ້​ທີ່​ບໍ່​ສູບຢາ, ສ່ວນ​ຫຼາຍ​ແມ່ນ​ແມ່ຍິງ ​ແລະ ​ເດັກນ້ອຍ​ທີ່ຕິດ​ກັບ​ຄວັນ​ຢາສູບຢູ່​ໃນ​ເຮືອນ, ຢູ່​ບ່ອນ​ເຮັດ​ວຽກ ​ແລະ ບ່ອນສາທາລະນະ. ປະຈຸ​ບັນ​ກະຊວງ​ສາທາລະນະ​ສຸກ​ພວມ​ຍືນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຮ່າງ​ກົດໝາຍວ່າ​ດ້ວຍການ​ປ້ອງ​ກັນ ​ແລະ ຕ້ານ​ຜົນ​ຮ້າຍ​ຈາກຢາສູບ ຢູ່​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽ​ດນາມ ຊຸດ​ທີ 13 ​ເຊິ່ງພວມ​ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ. ທ່ານ​ຮອງ​ສາດສະດາຈານ, ປະລິຍາ​ເອກ Duong Ngoc Khue, ຫົວໜ້າ​ກົມ​​ຄຸ້ມ​ຄອງ, ກວດ ​ແລະ ​ປິ່ນ​ປົວ​ພະຍາດ, ຫົວໜ້າຫ້ອງການ​ໂຄງການປ້ອງ​ກັນ ​ແລະ ຕ້ານ​ຜົນ​ຮ້າຍ​ຈາກຢາສູບ​ໃຫ້​ຮູ້​ວ່າ.

        “ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ຜົນ​ຮ້າຍ​ຈາກຢາສູບອິ່ງ​ໃສ່​ບົນ​ຫຼັກການ​ຂອງອົງການ​ອະນາ​ໄມ​ໂລກ​ທີ່ໄດ້ກ່າວ​ເຕືອນ, ນັ້ນ​ແມ່ນ​ຫຼັກການ​ໂຄສະນາຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້. ທີ່​ສອງ​​ແມ່ນ​ຂົນຂວາຍ​ອົງການ, ຂະ​ແໜງ​ການ​ຕ່າງໆເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ, ຕອບ​ສະໜອງ​ສັບປະ​ດາ​ບໍ່​ມີ​ຄວັນ​ຢາສູບ ​ແລະ ວັນທ່ົວ​ໂລກບໍ່​ມີ​ຄວັນ​ຢາສູບ. ຫວັງ​ວ່າ ປະຊາຊົນ​ຫວຽດນາມ ທຸກໆ​ຄົນ​ຈະສະໜັບສະໜູນ​ຮ່າງ​ກົດໝາຍ​ດັ່ງກ່າວ, ​ເຮັດ​ຄືນ​ແນວ​ນັ້ນ​ຈຶ່ງ​ສາມາດ​ຍູ້​ຢາສູບໃຫ້​ຖວຍ​ໄປແຕ່​ລະ​ກ້າວ, ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ຜົນ​ຮ້າຍ​ຈາກ​ຢາສູບ​ຢູ່​ຫວຽດນາມ ຢ່າງ​ມີ​ປະສິດ​ທິຜົນ ”.

ຂ່າວ/ບົດ​ອື່ນ