ຫວຽດນາມຕອບສະໜອງວັນສາກົນປ້ອງກັນ,ຕ້ານພະຍາດຕັບ

ຫວຽດນາມຕອບສະໜອງວັນສາກົນປ້ອງກັນ,ຕ້ານພະຍາດຕັບ - ảnh 1
ພາບປະກອບ

(vovworld) – ​ໂດຍ​ຕອບ​ສະໜອງ​ວັນປ້ອງ​ກັນ ​ແລະ ຕ້ານອັກ​ເສບ​ຕັບ​ໂລກ (28/7), ວັນ​ທີ 28/7, ​ໂຮງໝໍ​ບັນດາ​ພະຍາດ​ເຂດ​ຮ້ອນ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ຊຸມ​ນຸມມິດ​ຕິງ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮູ້​ກ່ຽວ​ກັບ​ພະຍາດ​ອັກ​ເສບ​ຕັບ. ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ມີ​ອັດຕາ​ຕິດພະຍາດຜູ້​ອັກ​ເສບ​ຕັບ​ສູງ. ​ໂດຍ​ອີງ​ໃສ່​ຕົວ​ເລກ​ຄົ້ນ​ຄ້ວາ​ຂອງ​ກົມ​ການ​ແພດ​ປ້ອງ​ກັນ​ແລ້ວ, ​ໃນ​ຈຳນວນ​ປະຊາຊົນ 100.000 ຄົນມີ 11 ຄົນ​ຕິດພະຍາດ​​ຕັບ. ຫ້ອງ​ວ່າການ​ອົງການ​ອະນາ​ໄມ​ໂລກ WHO ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນກັບ​ກະຊວງ​ສາທາລະນະ​ສຸກ, ພະ​ແນ​ກສາທາລະນະ​ສຸກນະຄອນ ​​ແລະ ບັນ​ດາ​ໂຮງໝໍ​​ໃຫຍ່​ຂອງນະຄອນ​ໃນ​ການ​ໜູນ​ຊ່ວຍ​ເຕັກນິກ​ປ້ອງ​ກັນ, ຕ້ານ​ພະຍາດ​ອັກ​ເສບ​ຕັບ. ດຣ ​ເລ​ແມ້ງ​ຮູ່ງ, ຮອງ​ຜູ້ອຳນວຍການ​ໂຮງໝໍ​ບັນດາ​ພະຍາດ​ເຂດ​ຮ້ອນ​ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

    “ພະຍາດ​ອັກ​ເສບ​ຕັບ​ຍ້ອນ ​ໄວຣັດ​ເວົ້າ​ລວມບໍ່​ມີ​ອາການສະ​ແດງ​ອອກ​ຜິດ​ປົກກະຕິ​ຢູ່​ທາງ​ນອກ. ​ເຂົາ​ເຈົ້າ​ໄດ້​ສະຖິຕິ​ວ່າ: ມີ​ຄົນ​ເຈັບປະນາມ​ແຕ່ 75 – 80% ຍັງ​ດຳລົງ​ຊີວິດ​ເປັນ​ປົກກະ​ຕິ. ດັ່ງ​ນັ້ນ, ​ເພື່ອ​ຄົ້ນພົບ​​ຕ້ອງ​ມີ​ການ​ກວດພະຍາດ​ເປັນ​ປະຈຳ. ຖ້າ​ຫາກ​ກວດພົບ​ຢ່າງ​ຊັກ​ຊ້າ, ປະສິດທິ​ຜົນ​ຂອງ​ການ​ປິ່ນປົວ​ຈະ​ຫລຸດ​ລົງ ຊ້ຳ​ບໍ່​ໜຳ​ເມື່ອ​ກ້າວ​ເຖິງ​ຂັ້ນ​ເຈັບ​ໜັກ ການ​ປິ່ນ​ປົວ​ຈະບໍ່ມີ​ປະສິດ​ທິຜົນ​ຫຍັງ​ເລີ​ຍ.”


ຂ່າວ/ບົດ​ອື່ນ