ຫວຽດນາມຖືການ​ພັດ ທະນາ​ການ​ພົວພັນ​ ກັບ​ກາ​ນາ​ດາເປັນ​ສຳຄັນ


ຫວຽດນາມຖືການ​ພັດ ທະນາ​ການ​ພົວພັນ​ ກັບ​ກາ​ນາ​ດາເປັນ​ສຳຄັນ - ảnh 1

ທ່ານຮອງນາຍົກລັດຖະມົນຕີຟ້າມບິງມິແລະ ທ່ານນາງ Michaelle Jean

(ພາບ: VGP/Hải Minh)

(vovworld)- ​ ​​ທ່ານ​ຟ້າ​ມບິງ​ມິ​ງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ຢືນຢັນ​ຄື​ດັ່ງກ່າວ​ທີ່​ການ​ຕ້ອນຮັບ​ທ່ານ​ນາງ Michaelle Jean ອະດີດ​ຜູ້​ມີ​ອຳນາດ​ເຕັມ​​ແຫ່ງ​ປະ​ເທດກາ​ນາ​ດາ ຊື່​ງພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ເມື່ອ​ຕອນ​ບ່າຍ​ວັນ​ທີ 14/11. ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ ຟ້າ​ມບິງ​ມິ​ງ ​ໃຫ້​ຮູ້​ວ່າ: ຫວຽດນາມ ປາດ​ຖະໜາ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ກາ​ນາ​ດາ ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ເຂົ້າສູ່​ລວງ​ເລິກ ​ແລະ ນັບ​ມື້​ນັບ​ບັນລຸ​ປະສິດທິ​ຜົນ​ກ່ວາ​ອີກ. ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ ຟ້າ​ມບິງ​ມິ​ງ ​ເນັ້ນໜັກ​ວ່າ: ນະ​ໂຍບາຍ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ເຂົ້າຮ່ວມປະຊາ​ຄົມ​ບັນດາ​ປະ​ເທດໃຊ້​ພາສາ​ຝະລັງ ຢ່າງ​ເປັນ​ເຈົ້າການ, ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ, ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ເປັນຂົວ​ຕໍ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ປະຊາ​ຄົມ​ບັນດາ​ປະ​ເທດໃຊ້​ພາສາ​ຝະລັງ ​ແລະ ອາ​ຊຽນ.

  ສ່ວນ ທ່ານ​ນາງ Michaelle Jean ຢືນຢັນ​ວ່າ, ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງກາ​ນາ​ດາ​ຢູ່​ພາກ​ພື້ນ​ອາຊີ-​ປາຊີ​ຟິກ, ພ້ອມ​ທັງ​ໄດ້​ຕີ​ລາຄາ​ບົດບາດ​ຂອງ​ຫວຽດນາມ ຢູ່​ບັນດາ​ອົງການ​ຈັດຕັ້ງສາກົ​ນ ​ແລະ ພາກ​ພື້ນ ​ແລະ ຊົມ​ເຊີຍ​ບັນດາ​ການ​ປະກອບສ່ວນ​ຂອງ​ຫວຽດນາມ ​ເຂົ້າ​ໃນ​ການ​ພັດທະນາຂອງປະຊາ​ຄົມ​ບັນດາ​ປະ​ເທດໃຊ້​ພາສາ​ຝະລັງ ​ໃນ​ໄລຍະ​ຜ່ານ​ມາ./.

ຂ່າວ/ບົດ​ອື່ນ