ຫວຽດນາມຖືເປັນສຳຄັນການພົວພັນມິດຕິພາບທີ່ເປັນມູນເຊື້ອກັບ Azerbaijan

ຫວຽດນາມຖືເປັນສຳຄັນການພົວພັນມິດຕິພາບທີ່ເປັນມູນເຊື້ອກັບ Azerbaijan - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດຫງວຽນ​ແທງ​ເຊີນ
​​ເຮັດ​ວຽກ​ກັບຮອງ​ປະທານ​ຜູ້​ທີ​ໜຶ່ງ​ສະພາ​ແຫ່ງ​ຊາດ Azerbaijan
(ພາບ: tintuc/TTXVN)


​(vovworld) –  ​ໂດຍ​ສືບ​ຕໍ່​ການປະຕິບັດ​ໜ້າ​ທີ່ຢູ່ Azerbaijan, ພາຍຫຼັງ​ຍື່ນ​ສານ​ຕາ​ຕັ້ງ, ວັນ​ທີ 20/04, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳສ.Azerbaijan ຫງວຽນ​ແທງ​ເຊີນ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ Ziyafet Askerov, ຮອງ​ປະທານ​ຜູ້​ທີ​ໜຶ່ງ​ສະພາ​ແຫ່ງ​ຊາດ Azerbaijan ​ແລະ ທ່ານ Agadayi Agatev, ຜູ້​ຊ່ວຍ​ວຽກ​ປະທານາທິບໍດີ Azerbaijan. ທີ່​ບັນດາ​ການ​ເຮັດ​ວຽກ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແທງ​ເຊີນ  ​ເນັ້ນ​ໜັກ​ວ່າ, ຫວຽດນາມ ຖື​ການ​ພົວພັນ​ມາ​ແຕ່​ດົນ​ນານ​ກັບ Azerbaijan ​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ວ່າ 2 ປະ​ເທດ​ຈະ​ຕັ້ງໜ້າ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ຄື: ການ​ສຳ​ຫຼວດ ​ແລະ ຜະລິດ​ນ້ຳມັນ​ອາຍ​ແກັດ, ຮ່ວມ​ມື​ດ້ານ​ການ​ສຶກສາ, ສຳ​ລຸ​ງສ້າງ ​ແລະ ການ​ທ່ອງ​ທ່ຽວ​ກວ່າ​ອີກ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແທງ​ເຊີນ ​ໃຫ້​ຮູ້​ວ່າ: ຫວຽດນາມ​ມີ​ຄວາມ​ສົນ​ໃຈ​​ພິ​ເສດ​ເຖິງການ​ຢ້ຽມຢາມ Azerbaijan ຂອງ​ທ່ານ​ປະທານ​ປະ​ເທ​ດຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໃນ​ເດືອນ 05 ຈະ​ມາ​ເຖິງ, ​ເພື່ອ​ແນ​ໃສ່​ນຳ​ການ​ພົວ​ພັນ​ 2 ຝ່າຍ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ສ່ວນ​ຝ່າຍ Azerbaijan ​ເນັ້ນ​ໜັກ​ວ່າ, ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມືບຸລິມະສິດຂອງ Azerbaijan ຢູ່​ອາຊີ. Azerbaijan ຢືນຢັນວ່າ,​ 2 ປະ​ເທດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການຮ່ວມ​ມື​ຢ່າງ​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍ​ທາງ​ດ້ານ​ການ​ເມືອງ ​ແລະ ​ມີເງື່ອນ​ໄຂ​ສະດວກ​ເພື່ອ​ຊຸກຍູ້​ການ​ພົວພັນ 2 ຝ່າຍ. ນອກຈາກ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ​ແລ້ວ, Azerbaijan ປາດ​ຖະໜາຢາກ​ໃຫ້​ 2 ປະ​ເທດ​ເປີດ​ກວ້າງ​ການ​ສົມທົບ​ກັນ​ ​ຫຼັກ​ໝັ້ນ​ບົນ​ເວທີ​ປາ​ໄສ​ສາກົນ ​ແລະ ​ສະໜັບ​ສະ​ໜູນກັນຢ່າງ​ແຮງກວ່າ​ອີກ ​ເພື່ອຜົນ​ປະ​ໂຫຍ​ດຂອງ 2 ຊາດ​.

ຂ່າວ/ບົດ​ອື່ນ