ຫວຽດນາມຖືເປັນສຳຄັນການເພີ່ມທະວີການພົວພັນກັບຝະລັ່ງ

(VOVWORLD) -ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີ້ນ ໄດ້ຢືນຢັນວ່າ   ຫວຽດນາມຖືເປັນສຳຄັນການເພີ່ມທະວີການພົວພັນກັບຝະລັ່ງ ແລະ ຫວັງຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມເລິກເຊິ່ງຂຶ້ນຕື່ມໃນທຸກຂົງເຂດ

     ຫວຽດນາມຖືເປັນສຳຄັນການເພີ່ມທະວີການພົວພັນກັບຝະລັ່ງ - ảnh 1 ທ່ານເອກອັກຄະລັດຖະທູດຝະລັ່ງປະຈຳຫວຽດນາມ

Bertrand Lortholary 

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດຝະລັ່ງ Bertrand Lortholary ຢູ່ຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີ້ນ ໄດ້ຢືນຢັນວ່າ   ຫວຽດນາມຖືເປັນສຳຄັນການເພີ່ມທະວີການພົວພັນກັບຝະລັ່ງ ແລະ ຫວັງຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມເລິກເຊິ່ງຂຶ້ນຕື່ມໃນທຸກຂົງເຂດ. ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເມີ້ນ ຫວັງວ່າ ດ້ວຍອິດທິພົນຂອງຕົນ, ທ່ານເອກອັກຄະລັດຖະທູດຝະລັ່ງ Bertrand Lortholary ສືບຕໍ່ຮຽກຮ້ອງບັນດາວິສາຫະກິດຝະລັ່ງລົງທຶນເຂົ້າຫວຽດນາມ, ພ້ອມທັງຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ. ທ່ານສະເໜີລັດຖະບານຝະລັ່ງສືບຕໍ່ສະໜັບສະໜູນ, ສ້າງເງື່ອນໄຂໃຫ້ແກ່ປະຊາຄົມຊາວຫວຽດນາມອາໄສຢູ່ຝະລັ່ງ, ສະໜັບສະໜູນການຮັກສາວັດທະນະທຳ ແລະ ພາສາຫວຽດ.

    ສ່ວນທ່ານເອກອັກຄະລັດຖະທູດຝະລັ່ງ Bertrand Lortholary ຢືນຢັນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອເປັນຂົວຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃນທຸກໆຂົງເຂດ. 

ຕອບກັບ

ຂ່າວ/ບົດ​ອື່ນ