ຫວຽດນາມນຳເອົາ80%ລະບຽບການບໍລິຫານເຂົ້າປະຕູຖານຂໍ້ມູນເອເລັກໂຕນິກປີ 2018

(VOVWORLD) -ວັນທີ 11 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານ ເວືອງດີງເຫ້ວ ຮອງນາຍົກລັດຖະມົນຕີ ຫວຽດນາມ, ຫົວຫນ້າຄະນະຊີ້ນຳແຫ່ງຊາດກ່ຽວກັບກົນໄກປະຕູດຽວ, ກົນໄກປະຕູດຽວຂອງ ອາຊຽນ ແລະ ສ້າງຄວາມສະດວກດ້ານການຄ້າ, ເປັນປະທານວາລະປະຊຸມຂອງຄະນະຊີ້ນຳ ເພື່ອຍົກອອກບັນດາມາດຕະການໃຫ້ແກ່ 6 ເດືອນທ້າຍປີ 2017. 
ຫວຽດນາມນຳເອົາ80%ລະບຽບການບໍລິຫານເຂົ້າປະຕູຖານຂໍ້ມູນເອເລັກໂຕນິກປີ 2018 - ảnh 1ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວຊີ້ນຳກອງປະຊຸມກ່ຽວກັບກົນໄກປະຕູດຽວ ອາຊຽນ 

ມາຮອດປະຈຸບັນ, ຫວຽດນາມ ໄດ້ພ້ອມແລ້ວທີ່ຈະເຊື່ອມຕໍ່ ກັບກົນໄກປະຕູດຽວອາຊຽນ ຢ່າງເປັນທາງການ ເມື່ອອະນຸສັນຍາດ້ານນິຕິກຳກ່ຽວກັບກົນໄກປະຕູດຽວ ອາຊຽນ ມີຜົນສັກສິດ. ປະຈຸບັນ ມີ 9 ປະເທດ ສະມາຊິກ ອາຊຽນ ອະນຸມັດອະນຸສັນຍາ ແລະ ຫວຽດນາມ ພວມສືບຕໍ່ເຈລະຈາເພື່ອເປີດກວ້າງການແລກປ່ຽນໃບແຈ້ງພາສີຕື່ມອີກ ແລະ ບັນດາຫນັງສືຢັ້ງຢືນການກວດໂລກລະບາດສຳລັບສິນຄ້າສົ່ງອອກ ນຳເຂົ້າໃນອາຊຽນ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຊີ້ແຈ້ງວ່າ: ການສ້າງຄວາມສະດວກດ້ານການຄ້າຄວນໄດ້ຮັບການປະຕິບັດພ້ອມກັບການຕ້ານສໍ້ໂກງການຄ້າ. ກ່ຽວກັບກົນໄກປະຕູດຽວ, ກົນໄກປະຕູດຽວອາຊຽນ ແລະ ການສ້າງຄວາມສະດວກດ້ານການຄ້າ, ທ່ານຮອງນາຍົກລັດຖະມົນຕີ ສະເຫນີ ສູ້ຊົນ ເຖິງປີ 2018 , ນຳ 80% ລະບຽບການບໍລິຫານເຂົ້າໃນປະຕູຖານຂໍ້ມູນເອເລັກໂຕນິກ. 

ຕອບກັບ

ຂ່າວ/ບົດ​ອື່ນ