ຫວຽດນາມນຳໜ້າປະຕິບັດສຳເລັດບັນດາຄຳໝັ້ນສັນຍາເສດຖະກິດໃນອາຊຽນ

ຫວຽດນາມນຳໜ້າປະຕິບັດສຳເລັດບັນດາຄຳໝັ້ນສັນຍາເສດຖະກິດໃນອາຊຽນ - ảnh 1
(ພາບປະກອບ)

​​(vovworld) - ​ແຕ່​ນີ້​ຮອ​ດວັນ​ທີ 31/12/2015, ​ແມ່ນຈຸດ​ເວລາ​ທີ່​ປະຊາ​ຄົມ​ອາຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ບັນດາ​ກະຊວງ, ຂະ​ແໜງ​ການ​ຕ້ອງ​ສົມທົບ​ກັນຢ່າງ​ແໜ້ນ​​ແຟ້ນ, ຊຸກຍູ້​ການ​ຜັນ​ຂະຫຍາ​ຍບັນດາ​ຄຳ​ໝັ້ນ​ສັນ​ຍາ​​ທີ່ຍັງ​​ເຫຼື​ອ​ໃນ​ອາ​ຊຽນ, ສືບ​ຕໍ່​ເສີມ​ຂະຫຍາຍ​ທິດ​ນຳ​ຕັ້ງ​ໜ້າ, ​ເປັນ​ເຈົ້າ​ການ, ປະກອບ​ຂໍ້​ລິ​ເລີ່​ມຫຼາຍ​ຢ່າງ​ ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ອາ​ຊຽນ, ນັບ​ທັງ​ກ່ອນ ​ແລະ ພາຍຫຼັງ​ການສ້າງ​ຕັ້ງ​ປະຊາ​ຄົນ​ອາ​ຊຽນ. ນັ້ນ​ແມ່ນ​ຈິດ​ໃຈ​ລວມ​ໃນ​ກອງ​ປະຊຸມ​ລະຫວ່າງ​ຂະ​ແໜງ​ຂອງ​ບັນດາ​ອົງການ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ອາ​ຊຽນ ​ເຊິ່ງຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 21/07, ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ຮ່ວາຍ​ຈູງ. ກ່າວຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ຮ່ວາຍ​ຈູງ ​ໃຫ້​ຮູ້​ວ່າ.

        “ຫວຽດນາມ​ ປະຕິບັດ​ບັນດາ​ຂົງ​ເຂດ​​ໄດ້​ດີ​ພໍ​ສົມຄວນ. ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ຫວຽດນາມ ​ພ້ອມ​ກັບ​ສິງກະ​ໂປ ​ແມ່ນ 2 ປະ​ເທດ​ນຳ​ໜ້າ. ຜ່ານ​ພຶດຕິ​ກຳ​ຕົວ​ຈິງ, ອາຊຽນ ນັບ​ມື້​ນັບ​ມີ​ທີ່​ຕັ້ງ, ​ບົດບາດ​ສຳຄັນ, ບໍ່​ພຽງ​ແຕ່​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເທົ່າ​ນັ້ນ, ຫາກ​ນັບ​ທັງຊຸກຍູ້ການ​ເຊື່ອມ​ໂຍງ ​ແລະ ພັດທະນາ​ເສດຖະກິດ​ສັງຄົມ​ຂອງປະ​ເທດ​​ອີກ​ດ້ວຍ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ເຮົາ​​ສະ​ເຫຼີມສະຫຼອງ 20 ປີ​ແຫ່ງ​ວັນ​ເຂົ້າ​ເປັນ​ສະມາຊິກ​ອາຊຽນ ​ແລະ ​ທັງ​​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ, ​ເຮັດ​ແນວ​ໃດພວກ​ເຮົາ​ຕ້ອງ​ສົມທົບ​ກັນ​ປະຕິບັດ​ວຽກ​ງານ​ທີ່​ຍັງ​ເຫຼືອ​ເປັນ​ຢ່າງ​ດີ, ປະຕິບັດຜັນ​ທະ ຄວາມຜິດຊອບ​ຂອງ​ຕົນ​ໃນ​ການ​ປະຕິບັດ​ສຳ​ເລດຄາດໝາຍ​ປະຊາ​ຄົນ​ອາ​ຊຽນ, ​ເປັນ​ເຈົ້າການ ​ແລະ ຕັ້ງໜ້າ.”

ຂ່າວ/ບົດ​ອື່ນ