ຫວຽດນາມບໍ່ທັນມີກໍລະນີໃດຖືກຕິດພະຍາດຍ້ອນໄວຣັດZika

ຫວຽດນາມບໍ່ທັນມີກໍລະນີໃດຖືກຕິດພະຍາດຍ້ອນໄວຣັດZika - ảnh 1
ພາບ​ປະ​ກອບ:internet

(vovworld)- ​​ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ກົມ​ການ​ແພດ​ປ້ອງ​ກັນ. ວັນ​ທີ 27/1, ກົມ​ການ​ແພດ​ປ້ອງ​ກັນ​ໃຫ້​ຮູ້​ວ່າ: ຕາມ​ແຈ້ງ​ການ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ WHO ​​ພາກ​ພື້ນ ທະ​ວີບ ອາ​ເມ​ລິ​ກາ, ໄວ​ຣັດ Zika (ແມ່ນ​ໄວ​ຣັດ​ຈາກ​ຍຸງ) ພວມ​ແຜ່​ລາມ​ຢ່າງວ່ອງ​ໄວ ພິ​ເສດ​ຢູ່​ພາກ​ພື້ນ ທະ​ວີບ​ອາ​ເມ​ລິ​ກາ. ນັບ​ແຕ່​ເມື່ອ​ໄດ້​ພົບ​ເຫັນ​ກໍ​ລະ​ນີ​ທຳ​ອິດ​ຢູ່ ບ​ຣາ​ຊີນ ຖືກ​ຕິດ​ໄວ​ຣັດ​ດັ່ງ​ກ່າວ​ໃນ​ເດືອນ 5/2015, ມາ​ຮອດ​ວັນ​ທີ 23/1/2016 ໄວ​ຣັດ​ນີ້​ໄດ້​ແຜ່​ລາມ​ອອກ​ສູ່​ເຖິງ 21 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ພາກ​ພື້ນ​ທະ​ວີບ ອາ​ເມ​ລິ​ກາ. ເພື່ອ​ປ້ອງ​ກັນ ແລະ ຕ້ານ​ພະ​ຍາດ​ຍ້ອນ​ໄວ​ຣັດ Zika ແຊກ​ຊືມເຂົ້າ ແລະ ແຜ່​ລາມ​ຢູ່ ຫວຽດ​ນາມ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ເຕືອນ​ວ່າ ຜູ້​ເຂົ້າ​ເມືອງ​ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ​ມີ​ໄວ​ຣັດ​ດັ່ງ​ກ່າວ ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ຕິດ​ຕາມ​ສຸ​ຂະ​ພາບ​ໃນ​ຮອບ​ເວ​ລາ 14 ວັນ, ຖ້າ​ມີ​ອາ​ການ​ເປັນ​ໄຂ້ ຕ້ອງ​ມາ​ຮາກ​ຖານ​ການ​ແພດ​ເພື່ອກວດ ແລະ ປິ່ນ​ປົວ. ນອກນັ້ນ ປະ​ຊາ​ຊົນ ປະ​ຕິ​ບັດ​ບັນ​ດ​າ​ມາດ​ຕະ​ການ​ຂ້າ​ຍຸງ.

ຂ່າວ/ບົດ​ອື່ນ