ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການເຄື່ອນໄຫວຂອງອາຊຽນຢູ່ຈີເລ

ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການເຄື່ອນໄຫວຂອງອາຊຽນຢູ່ຈີເລ - ảnh 1
ທ່ານ ໂງ​ດືກ​ທັງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຫວຽດ​ນາມ ປະ​ຈຳ ຈີ​ເລມອບ​ໂອນ​ຕຳ​ແຫ​ນ່ງ​ປະ​ທານ​ໝູນ​ວຽນ​ໃຫ້​ແກ່​ທ່ານ Philemon Arobaya ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ
ພາບ:ສະ​ຖານ​ທູດ​ຫວຽດ​ນາມ​ປ​ະ​ຈຳ​ຈີ​ເລ

(vovworld)-​ ວັນ​ທີ 31/3, ​ທ່ານ ໂງ​ດືກ​ທັງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຫວຽດ​ນາມ ປະ​ຈຳ ຈີ​ເລ ໄດ້​ເປັນ​ປະ​ທານ​ວາ​ລະ​ປະ​ຊຸມ​ສຸດ​ທ້າຍ​ໃນ​ອາ​ຍຸ​ການ​ປະ​ທານ​ຄະ​ນະ​ກຳ​ມະ​ການ ອາ​ຊຽນ ຢູ່ ຈີ​ເລ ຂອງ​ຫວຽດ​ນາມ, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟິ​ລີບ​ປີນ ແລະ ໄທ ຢູ່ ນະ​ຄອນ​ຫລວງ Santiago. ບັນ​ດາ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຢືນ​ຢັນ​ວ່າ: ໃນ​ຖາ​ນະ​ຕຳ​ແຫ​ນ່ງ​​ເປັນປະ​ທານ, ຫວຽດ​ນາມ ໄດ້​ສຳ​ເລັດ​ຫ​ນ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ. ໃນ​ອາ​ຍຸ​ການ 2016, ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ບັນ​ດາການເຄື່ອນ​ໄຫວ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ, ປະ​ເທດ​ຊາດ, ​ປະ​ຊາ​ຊົນ​​ຂອງ​ແຕ່​ລະ​ປະ​ເທດ​ໃນ​ອາ​ຊຽນ ສຳ​ເລັດ​ຜົນກໍ​ຄື​ປະ​ຊາ​ຄົມ​ອາ​ຊຽນ ທັງ​ໝົດ ຜ່ານກອງ​ປະ​ຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ​ກັບ​ນັກ​ສຶກ​ສາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ, ການ​ສຳ​ພາດ​ບັນ​ດາ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ທາງ​ໂທ​ລະ​ພາບ, ການ​​ພົບ​ປະ​ແຂ່ງ​ຂັນ​ກິ​ລາ ແລະ ​ສະ​ແດງສິ​ລະ​ປະ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ໂງ​ດືກ​ທັງ ໄດ້​ມອບ​ໂອນ​ຕຳ​ແຫ​ນ່ງ​ປະ​ທານ​ໝູນ​ວຽນ​ໃຫ້​ແກ່​ທ່ານ Philemon Arobaya ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ.


ຕອບກັບ

ຂ່າວ/ບົດ​ອື່ນ