ຫວຽດນາມປະຕິບັດກົນໄກປະຕູດຽວແຫ່ງຊາດແລະເຊື່ອມຕໍ່ນັກນິກກົນໄກປະຕູດຽວອາຊຽນຢ່າງເປັນທາງການ

ຫວຽດນາມປະຕິບັດກົນໄກປະຕູດຽວແຫ່ງຊາດແລະເຊື່ອມຕໍ່ນັກນິກກົນໄກປະຕູດຽວອາຊຽນຢ່າງເປັນທາງການ - ảnh 1
(​ພິທີ​ປະກາດການປະຕິບັດ​ກົນ​ໄກ​ປະຕູ​ດຽວ​ແຫ່ງ​ຊາດ
​ແລະ​ເຊື່ອມ​ຕໍ່​ດ້ານ​ເຕັກ​ນິກກົນ​ໄກ​ປະຕູ​ດຽວ​ອາ​ຊຽນ)


(vovworld) – ຕອນ​​ເຊົ້າ​ວັນ​ທີ 08/09, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ປະກາດການປະຕິບັດ​ກົນ​ໄກ​ປະຕູ​ດຽວ​ແຫ່ງ​ຊາດ​ແລະ​ເຊື່ອມ​ຕໍ່​ດ້ານ​ເຕັກ​ນິກກົນ​ໄກ​ປະຕູ​ດຽວ​ອາ​ຊຽນ​. ນີ້​ແມ່ນ​ເຄື່ອງ​ມື​ຕົ້ນ​ຕໍ່​ຂອງ​ບັນດາ​ອົງການ​ລັດຖະບານ ​ເພື່ອ​ແນ​​ໃສ່​ສ້າງ​ຄວາມ​ສະດວກ​ໃຫ້ດ້ານການ​ຄ້າ ​ແລະ ການຂົນ​ສົ່ງ​ສາກົນ ກໍ​ຄື​ເຊື່ອມ​ຕໍ່​ກົນ​ໄກ​ປະຕູ​ດຽວ​ອາ​ຊຽນ ​ໂດ​ຍ​ໄວ. ພ້ອມ​ກັບ​ການ​ຜັນ​ຂະຫຍາຍ​ກົນ​ໄກ​ປະຕູ​ດຽວ​ແຫ່ງ​ຊາດ​ຢ່າງ​ຕັ້ງໜ້າ, ຫວຽດນາມ ​ໄດ້​ປະຕິບັດ​ສຳ​ເລດ​ການ​ກວດກາ​ດ້ານ​ນິຕິ​ກຳ ​ແລະ ຫັນ​ບັນດາຂໍ້​ກຳ​ກຳນົດ​ເປັນກົດ​ໝາຍ​ພາຍ​ໃນ​ ​ເພື່ອ​ຜັນ​ຂະຫຍາຍ​ກົນ​​​ໄກ​ປະຕູ​ດຽວ​ອາ​ຊຽນ ​ແລະ ​ແມ່ນ​ໜຶ່ງ​ໃນ 7 ສະມາຊິກ​ອາ​ຊຽນ ປະກາດ​ໄດ້​ຜັນ​ຂະຫຍາຍ​ກົນ​ໄກ​ປະຕູ​ດຽວ ຖືກ​ຕາມ​ຄຳ​ໝັ້ນ​ສັນຍາ. ມື້​ນີ້ ຫວຽດນາມ ​ໄດ້​ເຊ​ື່ອມຕໍ່​ດ້ານ​ນິກປະຕູ​ດຽວອາ​ຊຽນ​ ກັບ ​ອີນ​ໂດ​ເນ​ເຊຍ, ມາ​ເລ​ເຊ​ຍ, ​ໄທ​ ຢ່າງ​ເປັນ​ທາງ​ການ ​ແລະ ກຽ​ມພ້ອ​ມ​ໃຫ້ການ​ເຊື່ອມ​ຕໍ່​ກົນ​ໄກປະຕູ​ດຽວ ອາຊຽນ ​ໃນ​ທ້າຍ​ປີ​ນີ້. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​​ເລືອ​ງມິ​ງ ຢືນຢັນ​ວ່າ: ການ​ເຂົ້າ​ຮ່ວມຂອງ​ຫວຽດນາມ ​ແມ່ນ​ການ​ລະດົ​ມກຳລັງ​ໃຈ​ຢ່າງ​ໃຫຍ່​ຫຼວງ ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ອື່ນ ​ເຂົ້າຮ່ວມ​ການ​ເຊື່ອມ​ຕໍ່​ໂດຍ​ກົງ​ກັບ​ກົນ​ໄກ​ປະຕູ​ດຽວອາ​ຊຽນ. ພ້ອມ​ທັງ​​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ວິວັດ​ການ​ເຊື່ອມ​ໂຍງດ້ານ​ເສດຖະກິດ​ພາກ​ພື້ນ​ຂອງ​ຫວຽດນາມ. ສ່ວນ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ຊີ້​ແຈ້ງວ່າ.

        “ກົນ​ໄກ​ປະຕູ​ດຽວ​ແຫ່ງ​ຊາດ ​ແລະ ກົນ​ໄກ​ປະ​ຕູ​ດຽວ​ອາ​ຊຽນ ​ແມ່ນ​ມາດ​ຕະການ​ແກ້​ໄຂ​ສຳຄັນ ​ເພື່ອ​​ແນ​ໃສ່​ປະຕິບັດ​ລະບຽບ​ການ​ບໍລິຫານ​ຢ່າງ​ງ່າຍ​ດາຍ, ສ້າງ​ຄວາມ​ສະດວກ​ຕາມ​ທຳ​ນຽບ ​ແລະ ມາດຕະຖານ, ຊຸກຍູ້​ດ້ານ​ກາ​ນຄ້າ, ການທ່ອງທ່ຽວ, ການ​ລົງທຶນ; ຢືນຢັນ​ຄວາມ​ຕັດສິນ​ໃຈ, ຕັ້ງ​ໜ້າ, ​ເປັນ​ເຈົ້າ​ການ​ຂອງ​ຫວຽດນາມ ​ໃນ​ການ​ປະ​ຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ ພ້ອມ​ກັບປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ ​ເພື່​ອປະຕິບັດ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ​ອາຊຽນ ​ໃນ​ທ້າຍ​ປີ 2015”.

        ກົນ​ໄກ​ປະຕູ​ດຽວ​ແຫ່ງ​ຊາດ ​​ໄດ້​ເຊື່ອມ​ຕໍ່​ກັບ​ບັນດາ​ກະຊວງ​ຄື: ກະຊວງ​ການ​ເງິນ, ການ​ຊວງ​ອຸດສາຫະກຳ​ການ​ຄ້າ, ກະ​ຊວງ​ຄົມ​ມະ​ນາ​ຄົນ​ຂົນ​ສົ່ງ. ສຳ​ເນົາ​ເອກະສານ​​ເກືອບ​ທັງ​ໝົດຂອງ​ວິ​ສາ​ຫະກິດຈະ​ຫັນ​ເປັນ​ງ່າຍ​ດາຍ ​ແລະ ເປັນດີ​ຈີ​ຕອນ, ປະກອບສ່ວນ​ຫຼຸດຜ່ອນ​ເວລາ​ ​ແລະ ຄ່າກະກຽ​ມ​ເອກະສານ​ປະຕິບັດ​ລະບຽບ​ການ​ບໍລິຫານ​ໃຫ້​ວິ​ສາ​ຫະກິດ.

ຂ່າວ/ບົດ​ອື່ນ