ຫວຽດນາມປະຕິບັດອະທິປະໄຕ,ສິດອຳນາດອະທິປະໄຕແລະສິດອຳນາດສານຢ່າງສັນຕິພາບ,ຖືກຕາມກົດໝາຍ

(VOVWORLD) -ຫວຽດນາມ ມີອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານສຳລັບບັນດາບໍລິເວນທະເລຢູ່ທະເລຕາເວັນອອກ ທີ່ໄດ້ກຳນົດຢ່າງຖືກຕ້ອງຕາມບັນດາຂໍ້ກຳນົດໃນສົນທິສັນຍາຂອງສະຫະປະຊາຊາດ
ຫວຽດນາມປະຕິບັດອະທິປະໄຕ,ສິດອຳນາດອະທິປະໄຕແລະສິດອຳນາດສານຢ່າງສັນຕິພາບ,ຖືກຕາມກົດໝາຍ - ảnh 1 (ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ)

ວັນທີ 16 ກໍລະກົດ, ເມື່ອຕອບຄຳຖາມກ່ຽວກັບການຜັນແປຫວ່າງມໍ່ໆມານີ້ຢູ່ທະເລຕາເວັນອອກ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: ຄືດັ່ງໄດ້ຢັ້ງຢືນເປັນຫຼາຍຄັ້ງແລ້ວວ່າ, ຫວຽດນາມ ມີອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານສຳລັບບັນດາບໍລິເວນທະເລຢູ່ທະເລຕາເວັນອອກ ທີ່ໄດ້ກຳນົດຢ່າງຖືກຕ້ອງຕາມບັນດາຂໍ້ກຳນົດໃນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 ເຊິ່ງຫວຽດນາມ ແລະ ບັນດາປະເທດຢູ່ທະເລຕາເວັນອອກລ້ວນແຕ່ແມ່ນສະມາຊິກ. ສະນັ້ນ, ທຸກການເຄື່ອນໄຫວຂອງຕ່າງປະເທດຢູ່ບັນດາເຂດທະເລຂອງຫວຽດນາມ ຕ້ອງເຄົາລົບບັນດາຂໍ້ກຳນົດທີ່ກ່ຽວຂ້ອງໃນສົນທິສັນຍາຂອງຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ກົດໝາຍຫວຽດນາມ ແລະ ຖ້າຫາກບໍ່ໄດ້ຮັບອະນຸຍາດຂອງຫວຽດນາມ ລ້ວນແຕ່ບໍ່ມີຄຸນຄ່າ, ລ່ວງລະເມີດເຂດທະເລຫວຽດນາມ, ລະເມີດກົດໝາຍສາກົນ ແລະ ສົນທິສັນຍາຂອງຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

        ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຕັດສິນໃຈ, ເດັດດ່ຽວຕໍ່ສູ້ດ້ວຍບັນດາມາດຕະການໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 ສຳລັບບໍ່ວ່າການກະທຳໃດໆທີ່ລ່ວງລະເມີດອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານຂອງຫວຽດນາມ ຢູ່ບັນດາບໍລິເວນທະເລທີ່ໄດ້ກຳນົດຢ່າງເໝາະສົມກັບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຫວຽດນາມ ຖືເປັນເປັນສຳຄັນສັນຕິພາບ, ມິດຕະພາບ, ການຮ່ວມມື, ເຈດຕະນາດີ ແລະ ພ້ອມແລ້ວທີ່ຈະແກ້ໄຂບັນດາການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ.

        ບົນພື້ນຖານນັ້ນ, ໃນໄລຍະຜ່ານມາ, ຫວຽດນາມ ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ບັນດາກຳລັງປະຕິບັດໜ້າທີ່ຢູ່ທະເລຂອງຫວຽດນາມ ໄດ້ ແລະ ພວມປະຕິບັດອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານຢ່າງມີສັນຕິພາບ, ຖືກຕ້ອງຕາມກົດໝາຍເພື່ອປົກປັກຮັກສາເຂດທະເລຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ