ຫວຽດນາມປະເອີບໃຈກ່ຽວກັບວິວັດ ການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟິກ

ຫວຽດນາມປະເອີບໃຈກ່ຽວກັບວິວັດ ການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟິກ - ảnh 1
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ເຈີ່ນກວກ​ແຄ໋ງ
(ພາບປະ​ກອບ)

(vovworld) – “ການ​ເຈ​ລະຈາສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ TPP ອາດ​ຈະ​ປະ​ສົມ​ຜົນ​ສຳ​ເລັດ ໃນ​ໄລ​ຍະ​ຈະ​ມາ​ເຖິງ”. ນີ້​ແມ່ນ​ການ​ຕີ​ລາ​ຄາ​ຂອງ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ເຈີ່ນກວກ​ແຄ໋ງ, ຫົວ​ໜ​້າ​ຄະ​ນະ​ເຈ​ລະ​ຈາ TPP ຂອງ ຫວຽດ​ນາມ, ໃນ​ການ​ແລກ​ປ່ຽນ​ກັບ​​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ເຈີ່ນກວກ​ແຄ໋ງ, ກໍ່​ແມ່ນ​ສະ​ມາ​ຊິກ​ຂອງ​ຄະ​ນະ​ປະ​ຕິ​ບັດ​ງານ​ລັດ​ຖະ​ບານ​ໂດຍ​ທ່າ​ນຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ, ນຳ​ໜ້າ, ຫາ​ກໍ່​ສິ້ນ​ສຸດ​ການ​ຢ້ຽມ​ຢາມ ​ອາ​ເມ​ລິ​ກາ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​​ການ​ເຈ​ລະ​ຈາ​ສັນ​ຍາ TPP 2 ຝ່າຍກໍ່​ຄື​ວິ​ວັດ​ ​ການ​ເຈ​ລະ​ຈາ​ສັງ​ລວ​ມ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ກ່ຽວ​ກັບ​ສັນ​ຍານີ້. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ວິ​ວັດ​​ການ​ເຈ​ລະ​ຈາ​ສັນ​ຍາ TPP, ພິ​ເສດ​ພາຍຫຼັງ​ການ​ເຈ​ລະ​ຈາ ຢູ່​ຮ່າ​ໂນ້ຍ ໃນ​ຕົ້ນ​ເດືອນ 9 ​ຜ່ານ​ມາ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ເຈີ່ນກວກ​ແຄ໋ງ, ໃຫ້​ຮູ້​ວ່າ:

        “ບັນ​ດາ​ປະ​ເທດ​ລ້ວນ​ແຕ່​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຂອງ​ຮອບ​ເຈ​ລະ​ຈາ​ທີ່​ຜ​່ານ​ມາ ແລະ ເປັນ​ເອ​ກະ​ພາບວ່າ​ຈະ​ມີ​ຮອບ​ເຈ​ລະ​ຈາ​ຂັ້ນ​ຫົວ​ໜ້າ​ຄະ​ນະ​ກ່ອນເດືອນ 11 ຈະ​ມາ​ເຖິງ, ເພື່ອ​ພະ​ຍາ​ຍາມ​ຮັດ​ແຄບ​ຄວາມບໍ່​ລົງ​ລອຍ​ກັນ ແລະ ຍົກ​ອອ​ກ​ບັນ​ດາ​ບັ​ນ​ຫາ​ທີ່​ຍັງ​ຄົງ​ຄ້າງ​ພາຍ​ໃຕ້​ຮູບ​ ​ການ​ແລກ​ປ່ຽນ​​ທີ່ແຕກ​ຕ່າງ​ກັນ, ເພື່ອ​ໃຫ້​ບັນ​ດາ​​ທ່ານລັດ​ຖະ​ມົນ​ຕີ​ອາດ​ຈະ​ຍົກ​ອອກ​​ຂໍ້​ຕົກ​ລົງ​ການ​ເມືອງ​ໃນ​ຈຸດ​ເວ​ລາ​ສຸດ​ທ້າຍ. ຖ້າ​ບັນ​ດາ​ປະ​ເທດ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ ກໍ່​ຄື​ສະ​ຫງວນ​ໃຫ້​ກັນ​ຄວາມ​ໄຫວ​ພິບ​ຄື​ຢູ່ ຮ່າ​ໂນ້ຍ, ຂ້າ​ພະ​ເຈົ້າ​ຄິດ​ວ່າ​ ​ການ​ເຈ​ລະ​ຈາ TPP ຈະ​ປະ​ສົບສຳ​ເລັດ​ຜົນໃນ​ໄລ​ຍະ​ຈະ​ມາ​ເຖິງ​. ເວົ້າ​ລວມ​ແລ້ວ, ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ເອີ​ບ​ໃຈ​​ຕໍ່​ວິ​ວັດ​​ກາ​ນ​ເຈ​ລະ​ຈາ TPP ພາຍຫຼັງ​ຮອບ​ເຈ​ລະ​ຈາ ຢູ່​ຮ່າ​ໂນ້ຍ ຜ່ານ​ມາ.”

 


ຂ່າວ/ບົດ​ອື່ນ