ຫວຽດນາມປາດຖະຫນາຢາກສືບຕໍ່ໄດ້ຮັບການຫນູນຊ່ວຍຂອງ OECD

(VOVWORLD) -ໃນຂອບເຂດກອງປະຊຸມລັດຖະມົນຕີການເງິນ APEC 2017 (FMM), ວັນທີ 20 ຕຸລາ, ທ່ານ ດີງຕຽນຢູງ, ລັດຖະມົນຕີກະຊວງການເງິນ, ປະທານ FMM 2017 ໄດ້ຕ້ອນຮັບທ່ານ Angel Gurria, ເລຂາທິການ OECD (ອົງການຮ່ວມມື ແລະ ພັດທະນາເສດຖະກິດ) ແລະບັນດາສະມາຊິກຂອງ ຄະນະຜູ້ແທນ OECD. 

ຫວຽດນາມປາດຖະຫນາຢາກສືບຕໍ່ໄດ້ຮັບການຫນູນຊ່ວຍຂອງ OECD - ảnh 1 ທ່ານ ລັດຖະມົນຕີ ກະຊວງການເງິນຫວຽດນາມ ດີງຕຽນຢູງ 

ພາບ:Vietnam+

ນະທີ່ນີ້ ທ່ານລັດຖະມົນຕີ ດີງຕຽນຢູງ ໃຫ້ຮູ້ວ່າ: ຈຸດໝາຍຂອງຫວຽດນາມ ແມ່ນຄ່ອຍໆສຳຜັດກັບບັນດາມາດຕະຖານຂອງ OECD ໃນວິວັດການສ້າງລະບອບນະໂຍບາຍເສດຖະກິດການຕະຫລາດໃຫ້ສົມບູນແບບ ເພື່ອແນໃສ່ຍົກສູງບັນດາດັດຊະນີການແກ້ງແຍ້ງຂອງພື້ນຖານເສດຖະກິດ. ສະນັ້ນ ໃນໄລຍະຕໍ່ໄປ, ກະຊວງການເງິນ ປາດຖະຫນາວ່າ OECD ສືບຕໍ່ເອົາໃຈໃສ່ຫນູນຊ່ວຍຫວຽດນາມ ເວົ້າລວມ ແລະ ກະຊວງການເງິນ ເວົ້າສະເພາະ ເພື່ອຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດບຸລິມະສິດ ແລະ ມີຜົນປະໂຫຍດລວມລະຫວ່າງສອງຝ່າຍ.

ສ່ວນທ່ານ Angel Gurria ສະແດງຄວາມສົນໃຈພິເສດເຖິງເລື່ອງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ APEC 2017 ແລະ ຢັ້ງຢືນ ຈະພ້ອມແລ້ວຫນູນຊ່ວຍຫວຽດນາມໃນວິວັດການກະກຽມກໍຄືການເປັນເຈົ້າພາບຈັດຕັ້ງບັນດາການເຄື່ອນໄຫວຂອງວິວັດການລັດຖະມົນຕີການເງິນ APEC 2017 .

ຕອບກັບ

ຂ່າວ/ບົດ​ອື່ນ