ຫວຽດນາມປາດຖະໜາ ວ່າຮົງກົງຈະກັບຄືນສູ່ ສະພາບເປັນປົກ ກະຕິໂດຍໄວ


ຫວຽດນາມປາດຖະໜາ ວ່າຮົງກົງຈະກັບຄືນສູ່ ສະພາບເປັນປົກ ກະຕິໂດຍໄວ - ảnh 1

 (ພາບ: Nguyễn Hùng )

 (vovworld)- ​ ວັນ​ທີ 2/10, ຕອບ​ຄຳ​ຖາມ​ກ່ຽວ​ກັບ​ທັດສະນະ​ຂອງ​ຫວຽດນາມ ຕໍ່​ການ​ແຫ່​ຂະ​ບວນປະ​ທ້ວງ​ຮຽກຮ້ອງ​ປະຊາທິປະ​ໄຕ​ຢູ່​ຮົງກົງ, ທ່ານ​ເລ​ຫາຍ​ບິ່ງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຊີ້​ແຈ້ງວ່າ: ນີ້​ແມ່ນ​ບັນຫາ​ພາຍ​ໃນ​ຂອງ​ຈີນ, ຫວຽ​ດນາມ ຫວັງວ່າ, ອຳນາດ​ການ​ປົກຄອງ​ຮົງ​ກົງ ຈະ​ມີ​ບັນດາ​ມາດ​ຕະການ​ເໝາະ​ສົມ​ເພື່ອ​ສ້າງ​ສະພາບ​ການ​ເປັນ​ປົກກະຕິ​ໂດຍ​ໄວ. ກ່ຽວ​ກັບ​ວຽກ​ງານ​ປົກ​ປ້ອງ​ພົນລະ​ເມືອງ​ຫວຽດນາມ ​ຢູ່​ຮົງ​ກົງ, ທ່ານ​ເລ​ຫາຍ​ບິ່ງ​ໃຫ້​ຮູ້​ວ່າ:

   “ພາຍຫຼັງ​ມີ​ຂ່າວ​ກ່ຽວ​ກັບ​ສະພາບ​​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ຮົງ​ກົງ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ຊີ້​ນຳ​ໃຫ້​ກົງ​ສູນ​ໃຫ່ຍຫວຽດນາມ ປະຈຳ​ຮົງ​ກົງ ມີ​ບັນດາມາດ​ຕະການ​ເໝາະ​ສົມ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ພົນລະ​ເມືອງ​ຫວຽດນາມ ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ຮົງ​ກົງ. ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຕັກ​ເຕືອນ​ວ່າບັນດາ ພົນລະ​ເມືອງ​ຫວຽດນາມ ​ບໍ່​ຄວນ​ໄປ​ເຖິງ​ເຂດ​ເກີດ​ການ​ແຫ່​ຂະ​ບວນປະ​ທ້ວງ ຫຼີກ​ເວັ້ນກໍລະນີ​ສັບສົນ​ອາດ​ຈະ​ເກີດ​ຂຶ້ນ“./.

ຂ່າວ/ບົດ​ອື່ນ