ຫວຽດນາມປາດຖະໜາຢາກມີການລົງທຶນໃໝ່ຈາກສ.ເກົາຫຼີເຂົ້າຫວຽດນາມ

ຫວຽດນາມປາດຖະໜາຢາກມີການລົງທຶນໃໝ່ຈາກສ.ເກົາຫຼີເຂົ້າຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ຕ້ອນຮັບ​ທ່ານ​ Lee Hyuk

(vovworld) - ທີ່​ການ​ຕ້ອນຮັບ​ທ່ານ​ເອກ​ອັກ​ຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ສ.​ເກົາຫຼີ ປະຈຳ ຫວຽດນາມ Lee Hyuk ຄົນ​ໃໝ່, ​ໃນຕອນ​ບ່າຍ​ວັນ​ທີ 07/07 ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງ​ວ່າການພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ສ.​ເກົາຫຼີ ​ໃນ​ໄລຍະ​ຜ່ານ​ມາ ບັນລຸ​ໄດ້​ບາ​ດກ້າວ​ຫລາຍຢ່າງ​ໃນ​ບັນດາຂົງ​ເຂດ​ຄື: ການປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພ, ດ້ານ​ການ​ເມືອງ, ການ​ປ້ອງ​ກັນຊາ​ດ, ການ​ຮ່ວມ​ມື​ສາກົນ, ການ​ລົງທຶນ, ການ​ຄ້າ, ການໜູນ​ຊ່ວຍ​ພັດທະນາຢ່າງ​ເປັນ​ທາງ​ການ (ODA). ຕາມ​ທ່ານ​ນາຍົກລັດຖະມົນຕີ​ແລ້ວ, ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສ.​ເກົາຫຼີ ​ໄດ້​ຮັບ​ການ​ຮັບຮອງ​ເອົາ ​ແລະ ປະຕິບັດ​ນັບ​​ແຕ່​ທ້າຍ​ປີ 2015 ພ້ອມ​ກັບ​ເລື່ອງ 2 ປະ​ເທດ​ລົງ​ນາມ​ຄືນ​ໃໝ່​​ໃນບົດ​ບັນທຶກ​ຂໍ້​ຕົກລົງ​ກ່ຽວ​ກັບຮ່ວມ​ມື​​ແຮງ​ງານ​ເມື່ອ​ເດືອນ 5 ຜ່ານ​ມາ ຈະ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ສ.​ເກົາຫຼີ ກ່ວາ​ອີກ ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ແລະ ​ແຮງ​ງານ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ປາດ​ຖະໜາ​ວ່າ: 2 ປະ​ເທດ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ຍູ​້​ແຮງການ​ພົບ​ປະ​ແລກປ່ຽນ​ຂັ້ນ​ສູງ, ສ້າງ​ສະພາບ​​​ແວດ​ລ້ອມອັນ​ສະດວກ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ. ທ່ານ​ນາຍົກລັດຖະມົນຕີກໍ່ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະມີ​ການ​ລົງທຶນ​ຄັ້ງ​ໃໝ່​ຈາກ ສ.​ເກົາຫຼີ ​ເຂົ້າ ຫວຽດນາມ. ກ່ຽວ​ກັບ​ເລື່ອງ ຫວຽດນາມ ​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມປາຊີ​ຟິກ (TPP), ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ນັ້ນ​ແມ່ນ​ກາລະ​ໂອກາດ​ສະ​ດວ​ກ​ໃຫ້​ບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ ລົງທຶນ​ເຂົ້າ ຫວຽດນາມ,

        ສ່ວນ​ທ່ານ Lee Hyuk ​ກໍ່ໃຫ້​ຮູ້​ວ່າ: ປະຈຸ​ບັນ ມີ​ວິສາ​ຫະກິດ ສ.​ເກົາຫຼີ ຫລາຍ​ແຫ່ງ ພວມ​ຢາກ​ລົງທຶນ​ເຂົ້າ ຫວຽດນາມ ​ໃນ​ຫລາຍ​ຂົງ​ເຂດ​​ແຕກ​ຕ່າງ​ກັນ​ຄື: ພະລັງງານ, ຄົມມະນາຄົມ, ການ​ເງິນ. ທ່ານ​ເອກ​ອັກຄະ​ລັດຖະທູດ Lee Hyuk ມີ​ຄວາມ​ຫວັງວ່າວົງ​ເງິນ​ການ​ຄ້າ ຫວຽດນາມ - ສ.​ເກົາຫຼີ ຈະ​ເພີ່ມ​ຂຶ້ນ​ແຮງ​ໃນ​ໄລຍະ​ຈະ​ມາ​ເຖິງ, ລື່ນ​ກາຍ​ຄາດໝາຍ 70 ຕື້ USD ​ໃນ​ທ້າຍ​ປີ 2020 ​ເຊິ່ງ 2 ປະ​ເທດ​ໄດ້​ວາງ​ອອກ.

 

ຂ່າວ/ບົດ​ອື່ນ