ຫວຽດນາມພວມໄປຖືກທິດໃນເສັ້ນທາງເຊື່ອມໂຍງເຂົ້າກັບໂລກ

ຫວຽດນາມພວມໄປຖືກທິດໃນເສັ້ນທາງເຊື່ອມໂຍງເຂົ້າກັບໂລກ - ảnh 1
ທ່ານ​ເອກ​ອັກຄະ​ລັດ​ຖະທູດ ຫງວຽນ​ຈູງ​ແທ່ງຕອ້ນຮັບແຂກ
ພາບ:internet


(vovworld)-  ຕອນ​ຄຳ່​ວັນ​ທີ 17/9, ຄະນະ​ຜູ້​ແທນ​ຫວຽດນາມ​ປະຈຳ ສປຊ, ອົງການ​ການ​ຄ້າ​ໂລກ WTO ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ຢູ່ ​ເຊີ​ແນວ ​ໄດ້​ຈັດ​ງານ​ລ້ຽງ​ພົວພັນ​ຕ່າງປະ​ເທດຢ່າງສົມກຽດ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ການ​ທູດ​ນັບ​ຮ້ອຍ​ທ່ານ​ທີ່​ຕາງຫນ້າ​ໃຫ້​ອົງການ ສປຊ, WTO, WHO, ສະພາສິດ​ທິມະນຸດ ​ແລະ ບັນດາ​ທ່ານ​ເອກ​ອັກຄະ​ລັດຖະທູດ, ຫົວຫນ້າ​ຄະນະ​ຜູ້​ແທນ​ບັນດາ​ປະ​ເທດ​ປະຈຳ ​ເຊີ​ແນວ. ​ໃນ​ສູນ​ທອນ​ພົດ​ໄຂ​ງານ​ລ້ຽງ, ທ່ານ​ເອກ​ອັກຄະ​ລັດ​ຖະທູດ ຫງວຽນ​ຈູງ​ແທ່ງ, ຫົວຫນ້າ​ຄະນະ​ນັກການ​ທູດ​ຫວຽດນາມ ຢືນຢັນ​ວ່າ: ພາຍ​ຫລັງ 68 ປີ ນັບ​ແຕ່​ເມື່ອ​ສະຖາປະນາ​ປະ​ເທດ ສາທາ​ລະນະ​ລັດ ປະຊາ​ທິປະ​ໄຕ ຫວຽດນາມ, ຜ່ານ​ການ​ສູ້​ຊົນ​ໃນ​ໄລຍະ​ຍາວ, ຫວຽດນາມາ ພວມ​ໄປ​ຖືກ​ທິດ​ໃນ​ເສັ້ນທາງ​ພັດທະນາ​ເສດຖະກິດ ​ແລະ ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ໂລກ. ທ່ານ​ເອກ​ອັກຄະ​ລັດຖະທູດ​ໃຫ້​ຮູ້​ວ່າ: ຫວຽດນາມ ພວມ​ເພີ່ມ​ທະວີ​ການ​ປະຕິ​ຮູບ​ຢູ່​ພາຍ​ໃນ​ປະ​ເທດ ​ເຊື່ອມ​ໂຍງ​ຢ່າ​ງຮອບດ້ານ ​ແລະ ຕັ້ງຫນ້າ, ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ຫນ້າໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຄົມ​ໂລກ.

ຂ່າວ/ບົດ​ອື່ນ