ຫວຽດ​ນາມພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື ເພື່ອ​ຍູ້​ແຮງ​ການ​ເຊື່ອມ​ຕໍ່​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ດີ​ຈີ​ຕອນ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື ເພື່ອ ຍູ້ແຮງການເຊື່ອມຕໍ່ພື້ນຖານໂຄງລ່າງດີຈີຕອນ ມຸ່ງໄປເຖິງເຂດພັດທະນາດີຈີຕອນຢ່າງສະໝ່ຳສະເໝີ ແລະ ຍືນຍົງ. 
ຫວຽດ​ນາມພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື ເພື່ອ​ຍູ້​ແຮງ​ການ​ເຊື່ອມ​ຕໍ່​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ດີ​ຈີ​ຕອນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິງມິງ ເຂົ້າຮ່ວມກອງປະຊຸມສຸດຍອດ ທຸລະກິດ ແລະ ການລົງທຶນ ອາຊຽນ (ASEAN BIS) ປີ 2021

ຕອນບ່າຍວັນທີ 25 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິງມິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ທຸລະກິດ ແລະ ການລົງທຶນ ອາຊຽນ (ASEAN BIS) ປີ 2021 ດ້ວຍຫົວຂໍ້ວ່າ “ສ້າງອະນາຄົດດີຈີຕອນ ແບບຍືນຍົງ ໃນພາກພື້ນອາຊຽນ” ທີ່ໄດ້ດຳເນີນຕາມຮູບການທາງໄກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບີງມິງ ໄດ້ເນັ້ນໜັກວ່າ: ອາຊຽນ ຄວນສືບຕໍ່ຜັນຂະຫຍາຍຂໍ້ລິເລີ່ມຕ່າງໆ ດ້ວຍ 3 ການກຳນົດທິດແມ່ນ: ຟື້ນຟູ, ຫັນເປັນດີຈີຕອນ ແລະ ລັກສະນະແບບຍືນຍົງ, ໝູນໃຊ້ວິທະຍາສາດເຕັກນິກ, ເຕັກໂນໂລຢີ ເພື່ອຊຸກຍູ້ການຟື້ນຟູຂຽວ. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື ເພື່ອ ຍູ້ແຮງການເຊື່ອມຕໍ່ພື້ນຖານໂຄງລ່າງດີຈີຕອນ ມຸ່ງໄປເຖິງເຂດພັດທະນາດີຈີຕອນຢ່າງສະໝ່ຳສະເໝີ ແລະ ຍືນຍົງ. ພ້ອມທັງ, ລັດຖະບານ ຫວຽດນາມ ຈະມານະພະຍາຍາມສ້າງເງື່ອນໄຂ ໃນການປະຕິບັດນະໂຍບາຍໜູນຊ່ວຍວິສາຫະກິດຫັນເປັນດີຈີຕອນ, ຍູ້ແຮງການນຳໃຊ້ດີຈີຕອນ, ສົ່ງເສີມບັນດາວິສາຫະກິດຮ່ວມມື ແລະ ສ້າງເງື່ອນໄຂ ເພື່ອຊຸກຍູ້ການລົງທຶນເຂົ້າ ເຕັກໂນໂລຢີສູງ ຕາມທິດເຕີບໂຕຂຽວ, ສ້າງວຽກເຮັດງານທຳໃຫ້ແກ່ທຸກພາກສ່ວນເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ