ຫວຽດນາມພ້ອມແລ້ວທີ່ຈະຮ່ວມມືກັບປະຊາຄົມໂລກເພື່ອຕ້ານການໃຊ້ຄວາມຮຸນແຮງ

ຫວຽດນາມພ້ອມແລ້ວທີ່ຈະຮ່ວມມືກັບປະຊາຄົມໂລກເພື່ອຕ້ານການໃຊ້ຄວາມຮຸນແຮງ - ảnh 1
ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ IDC 2016
ພາບ:TTXVN

(vovworld)- ແຕ່​ວັນ​ທີ 25-26/1, ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ການ​ຕ້ານ​ລັດ​ທິນິ​ຍົມ​ຄວາມ​ກ້າວ​ຫນ້າ ແລະ ຫົວ​ຮຸ​ນ​ແຮງ​​ໃຊ້​ຄວາ​ມ​ຮຸ​ນ​ແຮງ (IDC) 2016 ດຳ​ເນີນ​ໄປ​ຢູ​່​ນະ​ຄອນ​ຫລວງ ກົວ​ລາ​ລຳ​ເປີ ປະ​ເທດ ມາ​ເລ​ເຊຍ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ກະ​ຊວງ, ຫົວ​ຫນ້າ​ຄະ​ນະ, ນັກ​ຮຽນ​ຮູ້​ມາ​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ແລະ 9 ປະ​ເທດ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ ມາ​ເລ​ເຊຍ ຊື່ງ​ລວມ​ມີ: ອົດ​ສະ​ຕາ​ລີ, ຝ​ລັ່ງ, ອີ​ຕາ​ລີ, ຍີ່​ປຸ່ນ, ຈີນ, ຊາ​ອຸ​ດີ ອາ​ຣັບ​ບ​ີ ແລະ ​ຢູ​ໄນ​ເຕັດ ອາ​ຣ​ັບ​ເອ​ມີ​ເລດ, ອັງ​ກິດ ແລະ ອາ​ເມ​ລິ​ກາ. ຄະ​ນະ​ຜູ້​ແທນ​ຫວຽດນາມ ​ໂດຍ ​ທ່ານ ຟ້າມ​ຢູງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊ​ວງ​ຕຳ​ຫລວດ ນຳ​ຫນ້າ ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ . ກອງ​ປະ​ຊຸມ ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ທົ່ວ​ໂລກ ຜ່ານ​ບັນ​ດາ​ໂຄງ​ການ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຫົວ​ຮຸນ​ແຮງ, ແບ່ງ​ປັນ ແລະ ໄຈ້​ແຍກ​ບັນ​ດາ​ການ​ເຄື່ອນ​ໄຫວ​ປະ​ສິດ​ທິ​ຜົນ​ໃນ​ບັນ​ດາ​ລາຍ​ການ​ປ້ອງ​ກັນ ແລະ ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຫົວ​ຮຸ​ນ​ແຮງ ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຕຳ​ຫລວດ​ຟ້າມ​ຢູງ ໄດ້​ຊີ້​ແຈ້ງ​ທັດ​ສະ​ນະ, ນະ​ໂຍ​ບາຍ, ບັນ​ດາ​ການ​ເຄື່ອນ​ໄຫວ ແລະ ຜົນ​ງານ​ຂອງ​ຫວຽດ​ນາມ ໃນ​ການ​ປ້ອງ​ກັນ, ຕ້ານ​ແນວ​ຄິດ​ຫົວ​ຮຸ​ນ​ແຮງ​ ​ໃຊ້​ຄວາມ​ຮຸນ​ແຮງ ພ້ອມ​ທັງ​ຢືນ​ຢັນ ຫວຽດ​ນາມ ຍາມ​ໃດ​ກໍ​ພ້ອມ​ແລ້ວ​ຮ່ວມ​ມື​ໃນ​ບັນ​ດາ​ຂອບ​ເຂດ​ຫລາຍ​ຝ່າຍ, ສອງ​ຝ່າຍ ກັບ​ປະ​ຊາ​ຄົມ​ໂລກ ໃນ​ຂົງ​ເຂດ​ຕ້ານ​ການກໍ່​ການ​ຮ້າຍ, ຕ້ານ​ແນວ​ຄິດ​ຫົວ​ຮຸ​ນ​ແຮງ.

ຂ່າວ/ບົດ​ອື່ນ