ຫວຽດນາມມີການປະກອບສ່ວນຫລາຍຢ່າງໃຫ້ຜົນສຳເລັດຂອງກອງປະຊຸມຂັ້ນສູງພິເສດອາຊຽນ-ອາເມລິກາ

ຫວຽດນາມມີການປະກອບສ່ວນຫລາຍຢ່າງໃຫ້ຜົນສຳເລັດຂອງກອງປະຊຸມຂັ້ນສູງພິເສດອາຊຽນ-ອາເມລິກາ - ảnh 1
​ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ
(ພາບ: BBC)

(vovworld) – “ ຫວຽດນາມ​ ມີ​ການ​ປະກອບສ່ວນ​ຫລາຍ​ຢ່າງ​ໃຫ້​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດ​ ອາ​ຊຽນ - ອາ​ເມ​ລິ​ກາ ” ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ​ເລ​ຮ່ວາຍ​ຈູງ ລັດຖະມົນຕີ​ຊ່ວຍວ່າການ​ກະຊວງການ​ຕ່າງປະ​ເທດ ຫວຽດນາມ ​​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ໝາກຜົນ ​ແລະ ຄວາມ​ໝາຍຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ ຫວຽດນາມ ​ໂດຍ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ນຳ​ໜ້າ ຫາ​ກໍ່​ສິ້ນ​ສຸກ​​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ ຫວ່າງ​ແລ້ວ​ນີ້ຢ່າງ​ດີງາມ.

        ທ່ານ ​ເລ​ຮ່ວາຍ​ຈູງ ຢືນຢັນ​ວ່າ: ບັນດາ​ການ​ນຳ ອາ​ຊຽນ ​ແລະ ອາ​ເມ​ລິ​ກາ ພ້ອມ​ກັນປຶກສາ​ຫາລື ​ແລະ ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ກາລະ​ໂອກາດ, ສິ່ງ​ທ້າ​ທາຍ​ຢູ່​ພາກ​ພື້ນ​ກໍ່​ຄື​ບັນດາ​ບັນຫາ​ຂ້າມ​ຊາຍ​ແດນ​ຄື: ຕ້ານ​ກໍ່​ການ​ຮ້າຍ, ອາດຊະຍາ​ກຳ​ຂ້າມ​ຊາດ,ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ…​ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້ສະ​ແດງ​ໃຫ້​ເຫັນຂອບ​ຂະໜາດ ​ແລ​ະ ບົດບາດທີ່​ຂາດບໍ່​ໄດ້​ຂອງ ອາ​ຊຽນ, ​ໃນ​ຖານະ​ເປັນ​ຄູ່​ຮ່ວມ​ມືທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ເປັນ​ອົງການ​ທີ່ມີ​ບົດບາດນຳພາຢູ່​ພາກ​ພື້ນ, ​ເປັນ​ປະຊາ​ຄົມ​ເສດຖະກິດທີ່​ມີ​ລັກສະນະ​ແກ່ງ​ແຍ້​ງກັນ, ດູດ​ດຶມ​ດ້ວຍ​ຍອດ GDP ກ່ວາ 2.500 ຕື້ USD ​ແລະ ​ເປັນຕາ​ຫລາດ​ທີ່ມີ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ 625 ລ້ານ​ຄົນ. ພ້ອມ​ທັງ ​ສະ​ແດງໃຫ້​ເຫັນ​ວ່າ ອາ​ເມ​ລິ​ກາ ຖື​ເປັນ​ສຳຄັນ​ທີ່​ສຸດ​ທີ່​ຕັ້ງ ​ແລະ ບົດ​ບາດ​ເປັນ​ໃຈກາງ​ຂອງ ອາ​ຊຽນ ​ຢູ່​ພາກ​ພື້ນ, ປາດ​ຖະໜາ​ຢາກ​ນຳ​ການ​ພົວພັນ ອາ​ຊຽນ - ອາ​ເມ​ລິ​ກາ ​ກ້າວເຂົ້າ​ສູ່​​ຄວາມ​ຈິງ, ນຳ​ມາ​​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແຕ່ລະ​ປະ​ເທດ ​ແລະ ພາກ​ພື້ນ​. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ກໍ່ຫວນ​ຄືນ​ບາງ​ໝາກຜົນ​ດີ​ເດັ່ນ​ຂອງ​ກອງ​ປະຊຸມ, ​ໃນ​ນັ້ນ ມີ​ເລື່ອງ​ການ​ນຳ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ອາ​ເມ​ລິ​ກາ ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ Sunnylands, ​ໃນ​ນັ້ນ ຍົກ​ໃຫ້​ເຫັນ 17 ຫລັກການ​ພື້ນຖານ​ກຳນົດທິດທາງ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ອາ​ເມ​ລິ​ກາ.

        ​ກ່ຽວ​ກັບ​ສະພາບ​ການ​ໃນ​ພາກ​ພື້ນ, ຄະນະ​ຜູ້​ແທນ ຫວຽດນາມ ສະ​ແດງ​ຄວາມ​ວິຕົກ​ກັງ​ວົນຕໍ່​ບັນດາ​ການ​ຜັນ​ແປທີ່​ສັບສົນ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ່​ຄື​​ສິ່ງ​ທ້າ​ທາຍຕ່າງໆ​ພວມ​ເພີ່ມ​ຂຶ້ນ​ໃນ​ພາກ​ພື້ນ​ຄື: ການກໍ່​ກາ​ນຮ້າຍ, ອາດຊະຍາ​ກຳ​ຂ້າມ​ຊາດ, ການ​ປ່ຽນ​ແປງ​ຂອງ​ດິນຟ້າອາກາດ…​ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ນີ້, ຄະນະ​ຜູ້​ແທນ ຫວຽດນາມ ​ເນັ້ນ​ໜັກ​ເຖິງຄວາມຕ້ອງການ​ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​​ໃຈ​ຍຸດ​ທະ​ສາດ, ​ເພີ່​ມທະວີ​ການ​ເຈລະຈາ, ການ​ຮ່ວມ​ມື, ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ລະບອບການຫລາຍຝ່າຍ, ພິ​ເສດ​ແມ່ນ​ບົດບາດ​ຂອງ ອາ​ຊຽນ. ທ່ານ ​ເລ​ຮ່ວາຍ​ຈູງ ​ໃຫ້​ຮູ້​ວ່າ: ຫວຽດນາມ ສະໜັບສະໜູນ​ເລື່ອງ​ຊຸກຍູ້​ການ​ພົວພັນ ອາ​ຊຽນ ​ແລະ ອາ​ເມ​ລິ​ກາ ກ້າວ​ເຂົ້າ​ສູ່​ຄວາມ​ຈິງ; ພ້ອມ​ທັງ ສະ​ເໜີ 2 ຂໍ້​ລິ​ເລີ້ມ​ຂອງ ຫວຽດນາມ ກ່ຽວ​ກັບ​ເລື່ອງ​ສ້າງ​ບັນດາ​ສູນ ອາ​ຊຽນ - ອາ​ເມ​ລິ​ກາ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ ​ໃນ​ຂົງ​ເຂດ​ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ກາ​ງ ​ແລະ ນ້ອຍ, ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ

ຂ່າວ/ບົດ​ອື່ນ